leftcenterrightdel
ສອງທີມຖ່າຍຮູບເປັນທີ່ລະນຶກທີ່ການແຂ່ງຂັນ. ພາບ: qdnd.vn.

ເຫດການແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງໄວໜຸ່ມສອງກົມກອງ, ລະນຶກວັນຄ້າຍວັນເກີດປະທານໂຮ່ຈີມິນ ຄົບຮອບ 129 ປີ (19-5-1890 / 19-5-2019) ແລະ 50 ປີແຫ່ງວັນປະຕິບັດພິໄນກຳຂອງປະທານໂຮ່ຈີມິນ (1969-2019). ທີ່ລາຍການ, ໄວໜຸ່ມສອງກົມກອງໄດ້ຈັດຕັ້ງການແຂ່ງຂັນບານເຕະ, ສ້າງບັນຍາກາດຢ່າງຟົດຟື້ນມ່ວນຊື່ນດ້ວຍຈິດໃຈການແຂ່ງຂັນ,  ພົບປະແລກປ່ຽນ, ຮໍ່າຮຽນເຊິ່ງກັນ ແລະກັນ. ຜົນປະກົດວ່າ, ສອງທີມສະເໝີກັນດ້ວຍປະຕູ 1-1. ພາຍຫຼັງການແຂ່ງຂັນໄດ້ດໍາເນີນຄໍ່າຄືນພົບປະແລກປ່ຽນວັດທະນະທໍາສິລະປະ ດ້ວຍບັນດາລາຍການສະແດງທີ່ເປັນເອກະລັກສະເພາະໄດ້ປະກອບສ່ວນເພີ່ມທະວີນໍ້າໃຈສາມັກຄີລະຫວ່າງໄວໜຸ່ມສອງກົມກອງ.

ໂດຍ: ຈາງຫງວຽນ