ເຫດການນີ້ນອນໃນຂອບເຂດການເຄື່ອນໄຫວປອດກຳໄລທີ່ມີຊື່ວ່າ “ສ້າງຄວາມໃຝ່ຝັນ - Give a dream” ໂດຍຄູຝຶກ Park Hang Seo ປຸກລະດົມຢູ່ຫລາຍແຂວງ, ນະຄອນໃນທົ່ວປະເທດຫວຽດນາມ, ແນໃສ່ເປົ້າໝາຍສະໜອງອຸປະກອນ ແລະໜູນຊ່ວຍບັນດາເດັກນ້ອຍທີ່ດ້ອຍໂອກາດໄດ້ມີໂອກາດປະຕິບັດຄວາມໃຝ່ຝັນເມົາມົວຫຼົງໄຫຼບານເຕະ.

leftcenterrightdel
ຄູຝຶກ Park Hang Seo ພົບປະແລກປ່ຽນກັບນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ຟູທໍ້. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ລາຍການ, ຄູຝຶກ Park Hang Seo ພ້ອມດ້ວຍບັນດານັກອຸປະຖຳໄດ້ມອບຂອງຂວັນຫລາຍພູດທີ່ມີຄວາມໝາຍໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ແຂວງຕວຽນກວາງ ແລະຟູທໍ້; ມອບອຸປະກອນບານເຕະໃຫ້ແຂວງຟູທໍ້. ສິ້ນສຸດລາຍການ, ບັນດາພວກນ້ອງນ້ອຍ ແລະແຟນບານໄດ້ພົບປະແລກປ່ຽນ ແລະຖ່າຍຮູບເປັນທີ່ລະນຶກກັບຄູຝຶກ Park Hang Seo.

ແຫຼ່ງຄັດຈາກ: vovworld.vn