leftcenterrightdel
ພິທີມອບລາງວັນໃຫ້ແກ່ບັນດານັກກິລາເພດຍິງທີ່ແລ່ນໃນໄລຍະທາງ 10 ກິໂລແມັດ. ພາບ: ສໍານັກຂ່າວສານຫວຽດນາມ.

ນີ້ແມ່ນກິດຈະກໍາໄດ້ຮັບການຈັດຕັ້ງປະຈໍາປີ ເພື່ອແນໃສ່ຕອບສະໜອງບັ້ນຂົນຂວາຍ “ທົ່ວປວງຊົນຝຶກຝົນຫຼໍ່ຫຼອມຮ່າງກາຍຕາມແບບຢ່າງ ລຸງໂຮ່ ຜູ້ຍິ່ງໃຫຍ່”. ປີນີ້, ການແຂ່ງຂັນມີການເຂົ້າຮ່ວມຂອງນັກກິລາກວ່າ 1.000 ຄົນ, ໃນນັ້ນມີນັກກິລາສາກົນຈໍານວນ 91 ຄົນທີ່ມາຈາກ 22 ປະເທດ. ບັນດານັກກິລາແຂ່ງກັນແລ່ນໃນໄລຍະທາງ 42 ກິໂລແມັດ, 21 ກິໂລແມັດ, 10 ກິໂລແມັດ ແລະ 5 ກິໂລແມັດ.

ໂດຍ: ໄຊຊະນະ