ຕາມນັ້ນແລ້ວ, ຮອບຄັດເລືອກ U19 ອາຊີ, ປະເທດ ບາເຣນ, ອີຣັກ, ອີຣານ, ອາຣັບບີ ຊາອຸດີ ແລະ ຕາຢີກິດສະຖານ ຈະເປັນເຈົ້າການຈັດຕັ້ງບັນດານັດແຂ່ງຂັນຂຶ້ນກັບພາກພື້ນອາຊີຕາເວັນຕົກ. ສ່ວນ ຫວຽດນາມ, ກຳປູເຈຍ, ໄທເປ (ຈີນ) ແລະ ມຽນມາ ຈະຈັດຕັ້ງບັນດາການແຂ່ງຂັນຢູ່ພາກພື້ນອາຊີຕາເວັນອອກ.

ສຳລັບຮອບຄັດເລືອກ U16, ປະເທດອີຣານ, ຈໍແດນ, ກຽກກີສະຖານ, ກາຕາ, ອາຣັບບີ ຊາອຸດີ ແລະ ອຸດເບກິດສະຖານ ຈະຈັດຕັ້ງບັນດານັດແຂ່ງຂັນຢູ່ພາກພື້ນອາຊີຕາເວັນຕົກ. ສຳລັບພາກພື້ນອາຊີຕາເວັນອອກ, ບັນດາປະເທດ ຫວຽດນາມ, ອິນໂດເນເຊຍ, ລາວ, ມຽນມາ ແລະສິງກະໂປ ຈະຈັດຕັ້ງບັນດານັດແຂ່ງຂັນຮອບຄັດເລືອກ U16.

ຕາມແຜນການແລ້ວ, ຮອບຄັດເລືອກ U16 ອາຊີ ຈະດຳເນີນໃນເດືອນກັນຍາ 2019, ສ່ວນຮອບຄັດເລືອກ U19 ອາຊີ ຈະດຳເນີນໃນເດືອນພະຈິກ 2019. ຮອບຊິງຊະນະເລີດຂອງການແຂ່ງຂັນທັງ 2 ລຸ້ນຈະດຳເນີນຢູ່ສິງກະໂປ ແລະຍີ່ປຸ່ນ ໃນປີ 2020.

ແຫຼ່ງຄັດຈາກ: vovworld.vn