leftcenterrightdel
ນັກກິລາ ແກວກທິລານ (ເສື້ອເລກ 385) ຍາດໄດ້ຫຼຽນຄໍາທີ່ການແຂ່ງຂັນແລ່ນ-ລານອາຊີ ປີ 2019. ພາບ: hanoimoi.com.vn.

ນັກກິລາ ແກວກທິລານ ຍາດໄດ້ຫຼຽນຄຳດ້ວຍ 56 ວິນາທີ 10. ຖັດໄປແມ່ນນັກກິລາ Aminat Yusuf (56 ວິນາທີ 39) ໄດ້ທີສອງ ແລະທີສາມແມ່ນນັກກິລາ Saritaben Gayakwad (57 ວິນາທີ 22).

ງານແຂ່ງຂັນແລ່ນ-ລານອາຊີ ປີ 2019 ໄດ້ດໍາເນີນໃນລະຫວ່າງວັນທີ 21-24 ເມສາຢູ່ ກາຕາ. ທີມຊາດແລ່ນ-ລານຫວຽດນາມ ເຂົ້າຮ່ວມການແຂ່ງຂັນມີນັກກິລາທັງໝົດ 12 ຄົນ, ໃນນັ້ນມີນັກກິລາດີເດັ່ນຈໍານວນໜຶ່ງ, ຄື: ເລຕູຈິງ, ແກວກທິລານ, ຫງວຽນວັນລາຍ, ຫງວຽນທິແອງ…

ໂດຍ: ຈາງຫງວຽນ