ແຕ່ເດືອນ ທັນວາ 2018, ພາຍຫຼັງຮັບໜ້າທີ່ກະກຽມເປັນເຈົ້າພາບຈັດຕັ້ງກອງປະຊຸມ CISM ຄັ້ງທີ 74, ກອງບັນຊາການທະຫານເຂດ 7 ໄດ້ສົມທົບກັບກະຊວງປ້ອງກັນປະເທດຢ່າງແໜ້ນແຟ້ນຈັດຕັ້ງກວ່າ 20 ກອງປະຊຸມຜັນຂະຫຍາຍແຜນການສົມທົບກັນຮັບປະກັນ, ຈັດຕັ້ງການຝຶກອົບຮົມວິຊາສະເພາະໃຫ້ກໍາລັງປ້ອງກັນ, ຂັບລົດ, ພິທີການ, ຈັດລາຍການສະແດງສິລະປະ...

leftcenterrightdel
ບັນຍາກາດກອງປະຊຸມຜັນຂະຫຍາຍແຜນການປ້ອງກັນໃຫ້ກອງປະຊຸມ CISM. ພາບ: ເຈິ່ນໂຣ.

ທ່ານພົນຈັດຕະວາ ຢູເຈື່ອງຢາງ, ຮອງຜູ້ບັນຊາການທະຫານເຂດ 7 ໃຫ້ຮູ້ວ່າ, ຄວາມຮຽກຮ້ອງຕ້ອງການທີ່ວາງອອກນັ້ນແມ່ນທຸກກໍາລັງຕ້ອງປະຕິບັດແຜນການປະສົມປະສານກັນ, ຍົກສູງຈິດໃຈຄວາມຮັບຜິດຊອບແກ້ໄຂບັນດາສະຖານະການທີ່ເກີດຂຶ້ນເປັນຢ່າງດີ; ຍູ້ແຮງວຽກງານໂຄສະນາ, ຕ້ອນຮັບແຂກດ້ວຍຄວາມຍີ້ມແຍ້ມແຈ່ມໄສ, ສະໜິດສະໜົມ, ຍົກສູງຖານະບົດບາດຂອງກິລາກອງທັບປະຊາຊົນຫວຽດນາມ ໃນກຸ່ມກິລາກອງທັບສາກົນ.

ໄລ່ຮອດຈຸດເວລານີ້, ວຽກງານກະກຽມເປັນເຈົ້າພາບຈັດກອງປະຊຸມທຸກດ້ານ, ຄື: ການຮັບ, ສົ່ງຄະນະແຂກ; ການຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ; ການໂຄສະນາສື່ສານ; ພະລາທິການ ແລະລາຍການຢ້ຽມຢາມ... ໄດ້ສໍາເລັດໂດຍພື້ນຖານ.

ໂດຍ: ຄໍາແພງ