leftcenterrightdel
ທ່ານນາງ ຫງວຽນກີມລານ ເລຂາທິການໃຫຍ່ສະຫະພັນກາຍະກໍາຫວຽດນາມ ພ້ອມກັບບັນດານັກກິລາ ຍາດໄດ້ຫຼຽນຄໍາຂອງທີມ aerobic ຫວຽດນາມ. ພາບ: ກົມໃຫຍ່ກິລາ-ກາຍະກໍາຫວຽດນາມ

ນີ້ແມ່ນຜົນງານປະທັບໃຈຂອງທີມ aerobic ຫວຽດນາມ, ຍ້ອນວ່າເຂົ້າຮ່ວມການແຂ່ງຂັນປີນີ້ຍັງມີທີມ aerobic ມາຈາກ 22 ປະເທດ ແລະເຂດແຄວ້ນ, ໃນນັ້ນມີຫຼາຍປະເທດແຖວໜ້າຂອງໂລກ ຄື: ອາເມລິກາ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ…

ການແຂ່ງຂັນ aerobic ໂລກປີ 2019 ດໍາເນີນໃນລະຫວ່າງວັນທີ 12-14 ເມສາ ຢູ່ນະຄອນຫຼວງ ໂຕກຽວ (ຍີ່ປຸ່ນ), ແມ່ນເຫດການປະຈໍາປີທີ່ນອນໃນລະບົບການແຂ່ງຂັນຢ່າງເປັນທາງການ World Cup ຂອງສະຫະພັນກາຍະກໍາໂລກ (FIG), ເຊິ່ງເຕົ້າໂຮມນັກກິລາແຖວໜ້າຂອງໂລກຫຼາຍຮ້ອຍຄົນເຂົ້າຮ່ວມ. ຄະນະນັກກິລາຫວຽດນາມ ລວມມີ 16 ຄົນ, ສ່ວນຫຼາຍແມ່ນນັກກິລາໜຸ່ມທີ່ມີຄວາມສາມາດຈະແຂ່ງຂັນເກືອບທຸກລາຍການ.

ໂດຍ: ຈາງຫງວຽນ