ການແຂ່ງຂັນລວມມີ 16 ໄລຍະທາງ, ໄດ້ດຳເນີນເລີ່ມຕົ້ນວັນທີ 13 ເມສາ ຈາກນະຄອນວິງ, ແຂວງເງະອານ ແລະເຂົ້າສູ່ເສັ້ນໄຊໃນວັນທີ 30 ເມສາ ຢູ່ນະຄອນໂຮ່ຈີມິນ ດ້ວຍໄລຍະທາງ 2.000 ກິໂລແມັດ. ການແຂ່ງຂັນໄດ້ດຶງດູດການເຂົ້າຮ່ວມຂອງ 13 ທີມລົດຖີບໃນທົ່ວປະເທດ. ລາງວັນການແຂ່ງຂັນລວມຍອດມູນຄ່າກວ່າ 1 ຕື້ດົ່ງ, ໃນນັ້ນ, ນັກກິລາທີ່ຍາດໄດ້ລາງວັນສຸດທ້າຍຈະໄດ້ຮັບເງິນລາງວັນ 150 ລ້ານດົ່ງ, ທີມຍາດໄດ້ຂັນຊະນະເລີດຈະໄດ້ຮັບເງິນລາງວັນ 80 ລ້ານດົ່ງ.

leftcenterrightdel
ຄະນະຈັດຕັ້ງມອບດອກໄມ້ໃຫ້ຜູ້ຕາງໜ້າບັນດາຫົວໜ່ວຍຮ່ວມເດີນທາງ. ພາບ: voh.com.vn.
leftcenterrightdel
ເສື້ອສີເຫຼືອງ VOH 2018 - ນັກກິລາແຂ່ງລົດຖີບ Sarda Javier. ພາບ: voh.com.vn.

ຈຸດພົ້ນເດັ່ນໃນການແຂ່ງຂັນປີນີ້ແມ່ນທັງ 16 ໄລຍະທາງລ້ວນແຕ່ໄດ້ຮັບການຖ່າຍທອດສົດຜ່ານຊ່ອງ HTV. ຄະນະຈັດຕັ້ງຈະຈັດຕັ້ງບັນດາການເຄື່ອນໄຫວວັດທະນະທໍາຮັບໃຊ້ປະຊາຊົນທ້ອງຖິ່ນຢູ່ແຕ່ລະໄລຍະທາງການແຂ່ງຂັນ ແລະບັນດາການເຄື່ອນໄຫວກຸສົນໜູນຊ່ວຍນັກຮຽນທຸກຍາກ, ປະຊາຊົນປະສົບກັບຄວາມຫຍຸ້ງຍາກຢູ່ບາງທ້ອງຖິ່ນ, ຄື: ນະຄອນວິງ, ນະຄອນເຫວ້, ນະຄອນ Pleiku.

ໂດຍ: ເຈິ່ນຮວ່ຽນ