ໃນຈົດໝາຍ, ທ່ານ Dato’ Windsor John ສະແດງຄວາມປິຕິຊົມຊື່ນ ແລະຊົມເຊີຍຄະນະຄູຝຶກ ແລະນັກເຕະຂອງທີມບານເຕະ U23 ຫວຽດນາມ; ພ້ອມທັງຖືວ່າ, ການລົງສະໜາມແຂ່ງຂັນຂອງບັນດານັກເຕະ U23 ຫວຽດນາມ ທີ່ນັດຕ່າງໆໃນຮອບຄັດເລືອກແມ່ນສຸດຍອດ. ທ່ານເອງເຊື່ອໝັ້ນວ່າ, ນັກເຕະໜຸ່ມທີ່ມີຄວາມເກັ່ງກ້າສາມາດລຸ້ນນີ້ ຈະສ້າງໜ້າໃໝ່ໃຫ້ແກ່ບານເຕະອາຊີ ໃນອະນາຄົດ; ທ່ານກໍ່ອວຍພອນທີມບານເຕະ U23 ຫວຽດນາມ ມີຄວາມໂຊກດີ ແລະລົງສະໜາມແຂ່ງຂັນທີ່ບັນລຸໄດ້ໝາກຜົນດີທີ່ສຸດ.

ໂດຍ: ທູຈາງ