ໃນການລົງສະໜາມແຂ່ງຂັນທີ່ມີລັກສະນະຕັດສິນໃນນັດນີ້, ຄູຝຶກ Park Hang-seo  ໄດ້ປ່ຽນລະບົບເກມຫຼິ້ນ 3-5-2 ແທນທີ່ລົງຫຼິ້ນໃນລະບົບເກມຫຼິ້ນ 3-4-3 ທີ່ເຄີຍແຂ່ງຂັນ. 

ໃນນາທີທີ 18, ນັກເຕະ ດຶກຈິງ ໄດ້ຍິງເຂົ້າປະຕູ ທີມ U23 ໄທ, ເຮັດໃຫ້ U23 ຫວຽດນາມໄດ້ປະຕູຂຶ້ນນໍາກ່ອນ 1-0. ຈົບເຄິ່ງເວລາທໍາອິດ, U23 ຫວຽດນາມ ຍັງນໍາ U23 ໄທ 1-0.

leftcenterrightdel
ນັກເຕະ ດຶກຈິງ  ຍິງເຂົ້າປະຕູ U23 ໄທ, ເຮັດໃຫ້ U23 ຫວຽດນາມໄດ້ປະຕູຂຶ້ນນໍາກ່ອນ 1-0. ພາບ: ຈ້ອງຫາຍ.

ເຂົ້າສູ່ເຄິ່ງເວລາທີສອງຂອງການແຂ່ງຂັນ, ແຟນບານໄດ້ເຫັນປະຈັກຕາການແຂ່ງຂັນດີເລີດຂອງຄບັນດານັກເຕະຫວຽດນາມ, ໃນນາທີທີ 51, U23 ຫວຽດນາມ ໄດ້ຍິງປະຕູລູກທີ 2. ໃນນາທີທີ 64, ນັກເຕະກອງຫຼັງ ແທ່ງຈຸງ ໄດ້ຍິງປະຕູລູກທີ 3 ແລະໃນນາທີຕໍ່ເວລາພິເສດ 90+3, ນັກເຕະ ແທງເຊີນ ໄດ້ຍິງປະຕູລູກທີ 4. ຈົບເກມແຂ່ງຂັນ U23 ຫວຽດນາມ ຊະນະ U 23 ໄທ 4-0 ປະຕູ.

leftcenterrightdel
ນັກເຕະ ຮວ່າງດຶກ ຂອງ U23 ຫວຽດນາມຍິງລູກທີ 2 ເຂົ້າປະຕູ U23 ໄທ. ພາບ: ຈ້ອງຫາຍ.
leftcenterrightdel
ນັກເຕະ ແທ່ງຈູງ ຍິງປະຕູລູກທີ 3 ພາໃຫ້ U23 ຫວຽດນາມ ຂຶ້ນນໍາ U23 ໄທ ດ້ວຍ 3-0 ປະຕູ. ພາບ: ຈ້ອງຫາຍ.
leftcenterrightdel
ບັນດານັກເຕະ ສະຫຼອງໄຊຊະນະ ພາຍຫຼັງນັກເຕະ ແທງເຊີນ ຍິງໄດ້ລູກທີ 4. ພາບ: ຈ້ອງຫາຍ.
leftcenterrightdel
 
leftcenterrightdel
ຄວາມພາກພູມໃຈເມື່ອໄດ້ຮັບຊະນະ. ພາບ: ຈ້ອງຫາຍ.
leftcenterrightdel
U23 ຫວຽດນາມ ສະແດງຄວາມຂອບໃຈຕໍ່ແຟນບານ ພາຍຫຼັງຈົບເກມແຂ່ງຂັນ. ພາບ: ຈ້ອງຫາຍ.

ດ້ວຍການຊະນະເປັນຄັ້ງປະຫວັດສາດນີ້ ຕໍ່ U23 ໄທ, U23 ຫວຽດນາມ ຖືກຈັດອັນດັບທີໜຶ່ງໃນກຸ່ມ K ດ້ວຍການແຂ່ງຂັນຊະນະ 3 ນັດ ໂດຍບໍ່ເສຍປະຕູລູກໃດ (ຍິງໄດ້ 10 ປະຕູ) ແລະສົ່ງຜົນໃຫ້ U23 ຫວຽດນາມ ເຂົ້າຮອບຊີງຊະນະເລີດ ເຊິ່ງຈະດຳເນີນຢູ່ ໄທ ໃນປີ 2020.

ໂດຍ: ໄຊຊະນະ