ກ່າວຄໍາເຫັນທີ່ງານໂຮມຊຸມນຸມ, ທ່ານ ຫງວຽນບີ່ງມີງ, ເລຂາຄະນະບໍລິຫານງານໜ່ວຍຊາວໜຸ່ມກອມມູນິດໂຮ່ຈີມິນ ເນັ້ນໜັກເຖິງມູນເຊື້ອອັນສະຫງ່າງາມຂອງຄະນະຊາວໜຸ່ມກອມມູນິດໂຮ່ຈີມິນ ໃນການປະກອບສ່ວນເຂົ້າພາລະກິດສ້າງສາ ແລະປົກປັກຮັກສາປະເທດຊາດໃນເມື່ອກ່ອນ ກໍຄືໃນປັດຈຸບັນ. ທ່ານ ຫງວຽນບີ່ງມີງ ຢັ້ງຢືນວ່າ, ວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມຂອງນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ສືບຕໍ່ມີບາດກ້າວພັດທະນາໃໝ່, ເຂົ້າສູ່ລວງເລິກ, ແທດຈິງ, ມີການຫັນປ່ຽນຢ່າງຕັ້ງໜ້າ.

leftcenterrightdel
ພິທີມອບຂັນໃຫ້ແກ່ທີມຊະນະເລີດທີ່ການແຂ່ງຂັນບານເຕະ. ພາບ: nhandan.com.vn.

ພາຍຫຼັງງານໂຮມຊຸມນຸມ, ທ່ານ ດັ້ງຕວ໊ນກີ່ງ, ຫົວໜ້າຄະນະນັກສຶກສາຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ໄດ້ປຸກລະດົມຂະບວນການແຂ່ງຂັນຮໍ່າຮຽນ, ອອກກຳລັງກາຍ, ຫຼິ້ນກິລາ ແລະມອບລາງວັນຂອງການແຂ່ງຂັນບານເຕະມິດຕະພາບເນື່ອງໃນໂອກາດຄໍ່ານັບຮັບຕ້ອນວັນສ້າງຕັ້ງຄະນະຊາວໜຸ່ມ. ນີ້ແມ່ນການແຂ່ງຂັນບານແຕະປະຈໍາປີ  ແລະແມ່ນໜຶ່ງໃນບັນດາຂະບວນການກິລາຂອງປະຊາຄົມຊາວຫວຽດນາມອາໄສຢູ່ລາວ.

ໂດຍ: ທູຈາງ