ຄຽງຂ້າງການເຄື່ອນໄຫວຕົ້ນຕໍແມ່ນເຂົ້າຮ່ວມກອງປະຊຸມສຸດຍອດກ່ຽວກັບການກໍ່ສ້າງການສຶກສາຄືນໃໝ່, ຄະນະປະຕິບັດງານໄດ້ມີການພົບປະກັບລັດຖະມົນຕີກະຊວງສຶກສາສະຫະລັດ ອາເມລິກາ, ຜູ້ອໍານວຍການສຶກສາທົ່ວໂລກຂອງທະນາຄານໂລກ (WB), ຜູ້ຕາງໜ້າກຸ່ມບໍລິສັດ Microsoft ແລະມະຫາວິທະຍາໄລ  New York…

ຢູ່ Washington D.C, ຄະນະປະຕິບັດງານ ໄດ້ຈັດຕັ້ງເວທີປາໄສຮ່ວມມືດ້ານການສຶກສາ ຫວຽດນາມ-ສະຫະລັດ ອາເມລິກາ ກັບບັນດາອົງການສຶກສາແຖວໜ້າຂອງອາເມລິກາ, ແລກປ່ຽນກ່ຽວກັບບັນດາບັນຫາທີ່ພົ້ນເດັ່ນ ເຊິ່ງໄດ້, ກໍາລັງ ແລະຈະຮ່ວມມືໃນຂົງເຂດການສຶກສາ, ກໍ່ສ້າງລະຫວ່າງຫວຽດນາມ ແລະອາເມລິກາ. ຢູ່ນອກເວທີປາໄສ, ທ່ານລັດຖະມົນຕີ ຫງວຽນກີມເຊີນ ໄດ້ມີການເຮັດວຽກສອງຝ່າຍກັບອົງການ College Board - ອົງການປອດກໍາໄລທີ່ເຄື່ອນໄຫວໃນທົ່ວໂລກ, ເຊື່ອມຕໍ່ນັກສຶກສາກັບບັນດາມະຫາວິທະຍາໄລ ແລະກາລະໂອກາດວິຊາອາຊີບ.

leftcenterrightdel
ທ່ານ ຫງວຽນກີມເຊີນ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລກປ່ຽນກັບລັດຖະມົນຕີກະຊວງສຶກສາ ສະຫະລັດ ອາເມລິກາ. ພາບ: giaoducthoidai.vn

ຕີລາຄາກ່ຽວກັບໝາກຜົນຂອງການຢ້ຽມຢາມ ແລະເຮັດວຽກຢູ່ສະຫະລັດອາເມລິກາ ໃນລະຫວ່າງວັນທີ 19-24 ກັນຍາ, ທ່ານລັດຖະມົນຕີ ຫງວຽນກີມເຊີນ ຖືວ່າ ດ້ວຍຂໍ້ຕົກລົງຫຼາຍສະບັບທີ່ໄດ້ລົງນາມກັບບັນດາອົງການສຶກສາແຖວໜ້າຂອງສະຫະລັດອາເມລິກາ, ການປະຕິບັດງານຄັ້ງນີ້ຈະຍູ້ແຮງບັນດາເປົ້າໝາຍປ່ຽນແປງໃໝ່ການສຶກສາຂອງຫວຽດນາມ ກວ່າອີກ, ໃນນັ້ນສຸມໃສ່ບັນຫາກໍ່ສ້າງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ຍູ້ແຮງການຮ່ວມມືໃນຂົງເຂດວິທະຍາສາດກວດກາຕີລາຄາ, ເພາະວ່ານີ້ແມ່ນສ່ວນໜຶ່ງທີ່ສໍາຄັນໃນການປ່ຽນແປງໃໝ່ການສຶກສາສາມັນ ແລະການສຶກສາມະຫາວິທະຍາໄລ. ການປະຕິບັດງານ ຈະຊຸກຍູ້, ຮັດແໜ້ນການຮ່ວມມືດ້ານການສຶກສາ ແລະກໍ່ສ້າງລະຫວ່າງສອງປະເທດ ຫວຽດນາມ-ອາເມລິກາ ໃນໄລຍະຈະມາເຖິງກວ່າອີກ.

ໂດຍ: ຈາງຫງວຽນ