ຄາດວ່າ, ເລີ່ມແຕ່ສົກຮຽນ 2023-2024 ເປັນຕົ້ນໄປ, ແຕ່ລະປີຈະມີນັກຮຽນລາວ ມາຮຽນປະມານ 120 ຄົນ. ເປົ້າໝາຍແມ່ນນັກຮຽນຈົບມັດທະຍົມຕອນຕົ້ນທີ່ໄດ້ຮັບການຄັດເລືອກຈາກບັນດາແຂວງຂອງລາວ ທີ່ມີຊາຍແດນຕິດກັບແຂວງເງະອານ ໄປຮຽນພາສາຫວຽດນາມ ຢູ່ວິທະຍາໄລສ້າງຄູເງະອານ ເປັນເວລາ 1 ປີ.

ຈາກນັ້ນຈະຄັດເລືອກເອົານັກຮຽນທີ່ມີຄວາມຮູ້ຄວາມສາມາດທາງດ້ານພາສາອັງກິດ ໄປຮຽນຫຼັກສູດຂັ້ນມັດທະຍົມຕອນປາຍ ຕາມທ່າອ່ຽງເຊື່ອມໂຍງເຂົ້າກັບສາກົນທີ່ໂຮງຮຽນປະຕິບັດງານຕົວຈິງສ້າງຄູເງະອານ (ສົກຮຽນໜຶ່ງ ຄາດວ່າຈະໄດ້ 1 ຫ້ອງ) ແລະນັກຮຽນທີ່ຍັງເຫຼືອຈະໄປຮຽນຕໍ່ໂຄງການສຶກສາ ຂັ້ນມັດທະຍົມຕອນປາຍແຂວງ ເງະອານ.

leftcenterrightdel
ພາບປະກອບຄັດຈາກ: Vietnam+

ນັບແຕ່ປີ 2017 ມາຮອດປະຈຸບັນ, ແຂວງເງະອານ ໄດ້ຮັບ ແລະບຳລຸງສ້າງພະນັກງານ, ນັກຮຽນລາວ ປະມານ 1.200 ຄົນ ມາຮຽນຢູ່ມະຫາວິທະຍາໄລ ແລະວິທະຍາໄລໃນບໍລິເວນແຂວງ. ສະເພາະເດືອນສິງຫາປີ 2022, ມີພະນັກງານ, ນັກສຶກສາລາວ 210 ຄົນໄດ້ຮັບທຶນສຶກສາຈາກແຂວງເງະອານ ແລະໄດ້ຮັບການບຳລຸງກໍ່ສ້າງ.

ໂດຍ: ທະນາພອນ