leftcenterrightdel
ຄະນະຈັດຕັ້ງ ມອບລາງວັນທີໜຶ່ງການປະກວດພາບຖ່າຍໃຫ້ແກ່ນັກຖ່າຍຮູບ ເຈິ່ນຢຸຍຕີ່ງ. ພາບ: qdnd.vn

ບັນດາພາບຖ່າຍ ແລະບົດຂຽນເຂົ້າຮ່ວມການແຂ່ງຂັນມີເນື້ອໃນທີ່ອຸດົມສົມບູນ, ສ່ອງແສງການດໍາລົງຊີວິດ, ການອອກແຮງງານຂອງພະນັກງານ, ນັກຮົບ ທີ່ພວມປະຕິບັດໜ້າທີ່ຢູ່ເຂດທະເລ, ໝູ່ເກາະ, ຮ້ານເວນຍາມຢ່າງມີຊີວິດຊີວາ; ສ່ອງແສງອາລົມຈິດລະຫວ່າງທະຫານ-ປະຊາຊົນ, ການດໍາລົງຊີວິດຢູ່ເກາະທີ່ຫ່າງໄກ; ຄວາມສາມາດບົ່ມຊ້ອນ, ຄວາມສວຍງາມຂອງໝູ່ເກາະທະເລຂອງບ້ານເກີດເມືອງນອນ... ຄະນະຈັດຕັ້ງ ໄດ້ມອບລາງວັນທີໜຶ່ງຂອງການປະກວດພາບຖ່າຍໃຫ້ແກ່ນັກຖ່າຍຮູບ ເຈິ່ນຢຸຍຕີ່ງ (ແຂວງບິ່ງເຢືອງ) ແລະມອບລາງວັນທີໜຶ່ງການແຂ່ງຂັນຂຽນໃຫ້ແກ່ນັກຂຽນ ຫງວຽນຢຸຍເຢືອງ (ແຂວງນາມດີ້ງ). ນອກຈາກນັ້ນ, ຄະນະຈັດຕັ້ງຍັງມອບ 4 ລາງວັນທີສອງ, 6 ລາງວັນທີສາມ ແລະ 17 ລາງວັນຊົມເຊີຍໃຫ້ບັນດານັກຖ່າຍຮູບ, ນັກຂຽນ ເຂົ້າຮ່ວມການແຂ່ງຂັນດັ່ງກ່າວ.

ໃນວັນດຽວກັນ, ທີ່ຫໍວັດທະນະທໍາຊາວໜຸ່ມນະຄອນໂຮ່ຈີມິນ, ຄະນະຈັດຕັ້ງ ກໍ່ໄດ້ຈັດຕັ້ງພິທີໄຂງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “10 ປີ ເພື່ອ ຮວ່າງຊາ-ເຈື່ອງຊາ ທີ່ຮັກແພງ”.

ໂດຍ: ທູຈາງ