ທ່ານປະທານປະເທດ ຫງວຽນຊວນຟຸກ ກໍ່ຍ້ອງຍໍໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທຳມະຊາດ ຂຶ້ນກັບມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລຮ່າໂນ້ຍ ແມ່ນສະຖານທີ່ຄົ້ນພົບ ແລະບຳລຸງສ້າງນັກຮຽນທີ່ມີພອນສະຫວັນ ແລະຄວາມເກັ່ງກ້າສາມາດຫຼາຍລຸ້ນຄົນໃນທົ່ວປະເທດ.

leftcenterrightdel
ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທຳມະຊາດ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານປະທານປະເທດ ຫວັງວ່າ ຄູສອນ ແລະນັກຮຽນຫຼາຍລຸ້ນຄົນຂອງໂຮງຮຽນດັ່ງກ່າວ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດແຫ່ງການປ່ຽນແປງໃໝ່ພື້ນຖານ, ການສຶກສາ ແລະບຳລຸງສ້າງຂອງຫວຽດນາມ ຢ່າງຮອບດ້ານ, ທ່ານກໍ່ສະແດງຄວາມເຊື່ອໝັ້ນຕໍ່ນັກຮຽນຫວຽດນາມ ຫຼາຍລຸ້ນຄົນ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອມັກຮັກການຮ່ຳຮຽນຂອງປະຊາຊົນ.

ແຫຼ່ງຄັດຈາກ: vovworld.vn