leftcenterrightdel
ນັກຮຽນທັງ 4 ຄົນຂອງຫວຽດນາມ  ລ້ວນແຕ່ຍາດໄດ້ຫຼຽນຄໍາທີ່ໂອແລມປິກເຄມີສາດສາກົນ 2022. ພາບ: ມິງທູ

IChO 2022 ໂດຍຈີນ ເປັນເຈົ້າພາບຈັດຕັ້ງ ເຊິ່ງດໍາເນີນໃນລະຫວ່າງວັນທີ 8-18 ກໍລະກົດ ດ້ວຍການເຂົ້າຮ່ວມຂອງນັກຮຽນ 326 ຄົນທີ່ມາຈາກ 84 ປະເທດ ແລະເຂດແຄ້ວນ.

ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໃຫ້ຮູ້ຕື່ມອີກວ່າ ນັກຮຽນທັງ 4 ຄົນຂອງຫວຽດນາມ ລ້ວນແຕ່ຍາດໄດ້ຫຼຽນທີ່ໂອແລມປິກຊີວະສາດສາກົນປີ 2022  (IBO 2022). ຄະນະຫວຽດນາມ ຍາດໄດ້ 1 ຫຼຽນເງິນ, 3 ຫຼຽນທອງ. IBO 2022 ໄດ້ຈັດຕັ້ງຢູ່ອາກເມນີ ໃນລະຫວ່າງວັນທີ 10-18 ກໍລະກົດ ດ້ວຍການເຂົ້າຮ່ວມຂອງ 63 ປະເທດ ແລະເຂດແຄ້ວນ, 3 ປະເທດເປັນປະເທດສັງເກດການດ້ວຍນັກຮຽນ 231 ຄົນ ເຂົ້າຮ່ວມ.

ໂດຍ: ທູຈາງ