ການສອບເສັງໄດ້ຈັດຕັ້ງຕາມຮູບແບບທາງໄກ, ມີນັກຮຽນເຂົ້າຮ່ວມສອບເສັງທັງໝົດ 368 ຄົນຂອງ 77 ຄະນະ, ທີ່ມາຈາກ 75 ປະເທດ ແລະເຂດແຄວ້ນ.

leftcenterrightdel
ນັກຮຽນຫວຽດນາມ 5 ຄົນເຂົ້າຮ່ວມການສອບເສັງໂອລິມປິກຟີຊິກສາດສາກົນປີ 2022 ແລະຄູອາຈານ. ພາບ: ມີງທູ.

ທີມນັກຮຽນຫວຽດນາມ ເຂົ້າຮ່ວມການສອບເສັງ 5 ຄົນ, ທັງ 5 ຄົນລ້ວນແຕ່ຍາດໄດ້ຫຼຽນ, ລວມມີຫຼຽນຄໍາ 3 ຫຼຽນ, ຫຼຽນເງິນ 1 ຫຼຽນ ແລະຫຼຽນທອງ 1 ຫຼຽນ. ນັກຮຽນ 3 ຄົນທີ່ຍາດໄດ້ຫຼຽນຄໍາລ້ວນແຕ່ແມ່ນນັກຮຽນຂອງໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ, ນັ້ນແມ່ນ: ເລມີງຮວ່າງ (ມ.7), ຫວູ່ໂງຮວ່າງເຢືອງ (ມ.6) ແລະຫວໍຮວ່າງຫ໋າຍ (ມ.5). ນີ້ແມ່ນປີທຳອິດຢູ່ຫວຽດນາມ ທີ່ມີນັກຮຽນມ.5 ເຂົ້າຮ່ວມການສອບເສັງ ແລະຍາດໄດ້ຫຼຽນຄໍາ. ຫວຽດນາມ ຢືນອັນດັບທີ 5 ຖັດຈາກຈີນ, ຣູມານີ, ສ.ເກົາຫຼີ ແລະອາເມລິກາ.

ໂດຍ: ເຈິ່ນຮວ່ຽນ