leftcenterrightdel
ນັກຮຽນ 6/6 ຄົນ ທີ່ເຂົ້າຮ່ວມການເສັງ Olympic ຄະນິດສາດສາກົນ. ພາບ: MOET

ວັນທີ 15 ກໍລະກົດ, ຕາມແຫຼ່ງຂ່າວຈາກກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລ້ວ, ມີນັກຮຽນ 6/6 ຄົນ ທີ່ເຂົ້າຮ່ວມການເສັງ Olympic ຄະນິດສາດສາກົນປີ 2022 (IMO 2022)  ທີ່ຈັດຂຶ້ນຢູ່ປະເທດນອກແວ ລ້ວນແຕ່ຄວ້າໄດ້ຫຼຽນ, ລວມມີ ຫຼຽນຄຳ 2 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 2 ຫຼຽນ.

ດ້ວຍຜົນງານດັ່ງກ່າວ, ທີມ Olympic ຄະນິດສາດຫວຽດນາມ ຢືນອັບດັບທີ 4/104 ປະເທດ, ເຂດແຄ້ວນ ເຂົ້າຮ່ວມການເສັງ, ຖັດຈາກແມ່ນ ຈີນ, ສ.ເກົາຫຼີ ແລະອາເມລິກາ. ເມື່ອທຽບໃສ່ປີ 2021 ທີ່ຈັດການເສັງທາງອອນລາຍ (ຫຼຽນຄຳ 1 ຫຼຽນ, ຫຼຽນເງິນ 2 ຫຼຽນ ແລະ ຫຼຽນທອງ 3 ຫຼຽນ), ຜົນງານຂອງທີມນັກຮຽນຫວຽດນາມ ປີ 2022 ໂດດເດັ່ນກວ່າ, ໄດ້ຮັບການຕີລາຄາສູງກວ່າຈາກຄະນະຈັດຕັ້ງ.

 ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ