ທີ່ພິທີ, ເມື່ອແບ່ງປັນກັບນັກສຶກສາ, ນັກຄົ້ນຄວ້າ ແລະຄູອາຈານຂອງສະຖາບັນ ນັບຮ້ອຍຄົນ, ທ່ານນາງ ປອ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ ໃຫ້ຮູ້ວ່າ ການນໍາປຶ້ມ  ໂຮ່ຈີມິນ ນິພົນຄົບຊຸດ ທີ່ໄດ້ແປຈາກພາສາຫວຽດເປັນພາສາລາວ ເຂົ້າໃນການສິດສອນແມ່ນວຽກງານທີ່ມີຄວາມໝາຍແທດຈິງທີ່ສຸດ, ຕອບສະໜອງ ແລະສ້າງເງື່ອນໄຂສະດວກໃຫ້ແກ່ນັກຄົ້ນຄ້ວາ, ນັກຮຽນຮູ້, ຄູອາຈານ, ແລະຜູ້ມີຄວາມສົນໃຈສາມາດເຂົ້າເຖິງ ແລະຄົ້ນຄວ້າ.

leftcenterrightdel
ທ່ານນາງ ປອ ຄຳຫຼ້າ ແກ້ວອຸ່ນຄຳ ຮອງຫົວໜ້າສະຖາບັນການເມືອງ ແລະການປົກຄອງແຫ່ງຊາດລາວ. ພາບ: vov.vn

ທ່ານນາງ ປອ ຄຳຫຼ້າ ແກ້ວອຸ່ນຄຳ ໄຈ້ແຍກວ່າ ປຶ້ມ ໂຮ່ຈີມິນ  ນິພົນຄົບຊຸດ ແຕ່ລະເຫຼັ້ມມີຄຸນຄ່າທາງດ້ານທິດສະດີທີ່ມີລັກສະນະຄຼາດຊິກ ແລະພຶດຕິກໍາຕົວຈິງຢ່າງເລິກເຊິ່ງ, ສ່ອງແສງເຖິງຂະບວນການເຄື່ອນໄຫວຂອງເພິ່ນ, ກ່ຽວກັບບັນດາໄລຍະຂອງປະຫວັດສາດການປະຕິວັດຫວຽດນາມ ແລະໂລກ, ແມ່ນບົດຮຽນອັນລ້ຳຄ່າບໍ່ພຽງແຕ່ສຳລັບປະຊາຊົນຫວຽດນາມ ເທົ່ານັ້ນ ຫາກຍັງສໍາລັບມວນມະນຸດ, ຜູ້ຮັກຫອມສັນຕິພາບ ເພື່ອຄົ້ນຄວ້າ ແລະທາບທາມອີກດ້ວຍ.

ປະທານໂຮ່ຈີມິນ ແມ່ນແບບຢ່າງໃສແຈ້ງກ່ຽວກັບນ້ຳໃຈເສຍສະຫຼະເພື່ອປະຊາຊົນ, ເພື່ອຜົນປະໂຫຍດລວມ, ເພື່ອປະເທດຊາດ, ເພື່ອມວນມະນຸດ. ທ່ານນາງ ປອ ຄຳຫຼ້າ ແກ້ວອຸ່ນຄຳ  ເນັ້ນໜັກວ່າ ປະທານ ໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່ເຖິງຊີວິດການເປັນຢູ່ຂອງມະຫາຊົນ, ປະຊາຊົນ, ຍ້ອນເພິ່ນຮັບຮູ້ຢ່າງເລິກເຊິ່ງວ່າ, ມີມະຫາຊົນ, ປະຊາຊົນ ເຊິ່ງພາລະກິດແຫ່ງການປະຕິວັດຈຶ່ງບັນລຸຜົນສຳເລັດ.

ໂດຍ: ທະນາພອນ