ບົດບັນທຶກຊ່ວຍຈໍາ ສ້າງຂອບນິຕິກໍາໃຫ້ການຮ່ວມມືສອງຝ່າຍລະຫວ່າງຫວຽດນາມ ແລະອັງກິດ ໃນຂົງເຂດການສຶກສາວິຊາຊີບ, ປະກອບສ່ວນຊຸກຍູ້ເປົ້າໝາຍພັດທະນາການສຶກສາວິຊາຊີບຢູ່ຫວຽດນາມ.

ບັນຍາກາດທີ່ພິທີລົງນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານ ດ່າວຫງອກຢູງ, ລັດຖະມົນຕີກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ໃຫ້ຮູ້ວ່າ: “ປັດຈຸບັນ, ຫວຽດນາມ ມີຮາກຖານການສຶກສາວິຊາຊີບທັງໝົດ 1.929 ແຫ່ງ. ພວກຂ້າພະເຈົ້າ ສະແດງຄວາມຂອບໃຈມາຍັງລັດຖະບານອັງກິດ, ນອກຈາກການໜູນຊ່ວຍດ້ານການສຶກສາເວົ້າລວມ ຍັງໜູນຊ່ວຍການສຶກສາວິຊາຊີບໃນໄລຍະຜ່ານມາ. ເປັນຕົ້ນແມ່ນບັນດາຊຸດບໍາລຸງສ້າງໄລຍະສ້ັນເພື່ອຍົກສູງຄຸນນະພາບຂອງຄູອາຈານ ດ້ານຄວາມຮູ້ໃນການດໍາເນີນທຸລະກິດ ແລະເລີ່ມທຸລະກິດ; ວິທີບໍາລຸງສ້າງວິຊາຊີບຕາມກໍາລັງຄວາມສາມາດ; ບໍາລຸງສ້າງພາສາອັງກິດໃຫ້ແກ່ຄູສອນວິຊາຊີບ, ເຊື່ອມຕໍ່ການບໍາລຸງສ້າງລະຫວ່າງບັນດາຮາກຖານການສຶກສາວິຊາຊີບຂອງຫວຽດນາມ ແລະບັນດາຮາກຖານການສຶກສາວິຊາຊີບຂອງອັງກິດ...".

ໃນໂອກາດນີ້, ສອງຝ່າຍກໍແບ່ງປັນຂໍ້ມູນຂ່າວສານກ່ຽວກັບບາງການເຄື່ອນໄຫວຮ່ວມມືທີ່ກ່ຽວຂ້ອງເຖິງການໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກການຄ້າມະນຸດ, ເບິ່ງແຍງດູແລ ແລະປົກປ້ອງເດັກນ້ອຍ.

ໂດຍ: ທູຈາງ