ທີ່ການເຮັດວຽກ, ທ່ານນາງ Louise Mushikiwabo ຕີລາຄາສູງຂອບຂະໜາດ, ການເຄື່ອນໄຫວຫຼາຍຮູບຫຼາຍແບບຂອງ  IDECAF ເພື່ອແນໃສ່ໂຄສະນາເຜີຍແຜ່ພາສາຝຣັ່ງ, ປະຊາຄົມຝຣັ່ງໂກໂຟນີ ໃຫ້ປະຊາຊົນນະຄອນໂຮ່ຈີມິນ, ພິເສດແມ່ນໃຫ້ຊາວໜຸ່ມ; ພ້ອມທັງຢັ້ງຢືນວ່າ IDECAF ບໍ່ພຽງແຕ່ແມ່ນສະຖານທີ່ດໍາເນີນຊີວິດວັດທະນະທໍາ, ເປັນບ່ອນລະຫຼິ້ນບັນເທີງໃຫ້ແກ່ຊາວໜຸ່ມເທົ່ານັ້ນ, ຫາກຍັງສວມບົດບາດເຊື່ອມຕໍ່, ຊ່ວຍໄວໜຸ່ມຢູ່ໃນນະຄອນໄດ້ເຂົ້າເຖິງປະຊາຄົມວິສາຫະະກິດຝຣັ່ງໂກໂຟນີ ອີກດ້ວຍ.

leftcenterrightdel
ທ່ານນາງ  Louise Mushikiwabo, ເລຂາທິການໃຫຍ່ອົງການຝຣັ່ງໂກໂຟນີສາກົນ (OIF) ຖ່າຍຮູບທີ່ລະນຶກກັບພະນັກງານ, ພາລະກອນສະຖາບັນແລກປ່ຽນວັດທະນະທໍາກັບຝຣັ່ງ (IDECAF). ພາບ: ສໍານັກຂ່າວສານຫວຽດນາມ.

ທ່ານນາງ Louise Mushikiwabo ຕີລາຄາ IDECAF ວ່າເປັນຄັນທຸງນໍາໜ້າໃນການໂຄສະນາເຜີຍແຜ່ພາສາຝຣັ່ງ ແລະປະຊາຄົມຝຣັ່ງໂກໂຟນີຢູ່ນະຄອນໂຮ່ຈີມິນ ກໍ່ຄືຢູ່ຫວຽດນາມ; ເນັ້ນໜັກວ່າ IDECAF ແມ່ນຮູບແບບຄວນໄດ້ຮັບການເສີມຂະຍາຍ, ທະວີຄູນອອກສູ່ບັນດາປະເທດອື່ນໆ ໃນປະຊາຄົມຝຣັ່ງໂກໂຟນີ ແລະໃຫ້ຄໍາໝັ້ນສັນຍາວ່າ ໃນໄລຍະຈະມາເຖິງຈະສ້າງເງື່ອນໄຂເພື່ອໃຫ້ IDECAF ເສີມຂະຫຍາຍບົດບາດໃນອົງການຝຣັ່ງໂກໂຟນີສາກົນ ໃຫ້ຫຼາຍກວ່າອີກ.

ໂດຍ: ທູຈາງ