ຕາມນັ້ນແລ້ວ, ບັນດາຫົວໜ່ວຍຮັບເອົາຄູອາຈານຢູ່ຫວຽດນາມ ມີໂອກາດເຊີນຄູອາຈານອາເມລິກາທີ່ດີເດັ່ນໜຶ່ງຄົນ ມາເຮັດວຽກໃນໄລຍະ 2-6 ອາທິດ. ຄາດວ່າ ໂຄງການຈະຜັນຂະຫຍາຍແຕ່ເດືອນມັງກອນ ປີ 2023 ຮອດເດືອນສິງຫາປີ 2023.

leftcenterrightdel
Fulbright ແມ່ນໜຶ່ງໃນບັນດາມະຫາວິທະຍາໄລແຖວໜ້າ. ພາບ: ມິງຍ໊າ

ຄູອາຈານດີເດັ່ນຂອງມະຫາວິທະຍາໄລ Fulbright ຈະໄດ້ຮັບການແຕ່ງຕັ້ງມາຊ່ວຍເຫຼືອບັນດາຫົວໜ່ວຍ ທີ່ຂຶ້ນກັບກະຊວງສຶກສາ ແລະກໍ່ສ້າງ, ບັນດາຮາກຖານການສຶກສາ ແລະກໍ່ສ້າງ, ບັນດາໂຮງຮຽນວິທະຍາໄລສ້າງຄູ, ມະຫາວິທະຍາໄລສ້າງຄູ, ບັນດາສະຖາບັນຄົ້ນຄວ້າການສຶກສາ, ອົງການຈັດຕ້ັງທີ່ຂຶ້ນກັບລັດຖະບານ ແລະບໍ່ຂຶ້ນກັບລັດຖະບານ... ໂຄງການ Fulbright ຈະອຸປະຖໍາປີ້ຍົນໄປກັບ, ຄ່າແຮງງານໃຫ້ແກ່ຄູອາຈານ ແລະຄ່າຮັບວິຊາເຂົ້າເມືອງຫວຽດນາມ ຢູ່ອາເມລິກາ. ຫົວໜ່ວຍຮັບເອົາຄູອາຈານດີເດັ່ນ ຕ້ອງໜູນຊ່ວຍດ້ານລະບຽບການ ແລະຄ່າວິຊາຢູ່ຫວຽດນາມ, ການຕ້ອນຮັບ ແລະສົ່ງທີ່ສະໜາມບິນ, ບ່ອນກິນບ່ອນຢູ່, ຄ່າໄປມາຢູ່ທ້ອງຖິ່ນໃຫ້ແກ່ຄູອາຈານໃນຕະຫຼອດໄລຍະດໍາເນີນໂຄງການດັ່ງກ່າວ.


ໂດຍ: ທູຈາງ