ການແຂ່ງຂັນ Olympic ຄະນິດສາດສາກົນ ຄັ້ງທີ 62 ປີ 2021 (IMO 2021) ໂດຍສະຫະພັນລັດເຊຍ ເປັນເຈົ້າພາບຈັດຕັ້ງ ໄດ້ດໍາເນີນໃນ ລະຫວ່າງວັນທີ 19-20 ກໍລະກົດ 2021 ຜ່ານລະບົບທາງໄກ. ຢູ່ຫວຽດນາມ, ການແຂ່ງຂັນດໍາເນີນຢູ່ສອງສະຖານທີ່ແມ່ນ: ມະຫາວິທະຍາໄລວິທະຍາສາດທໍາມະຊາດ (ສັງກັດມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ) ແລະໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ເລຮົ່ງຟອງ ຢູ່ນະຄອນໂຮ່ຈີມິນ.

leftcenterrightdel
ບັນດາສະມາຊິກຂອງທີມຫວຽດນາມ ຢູ່ສະຖານທີ່ແຂ່ງຂັນທາງໄກທີ່ຮ່າໂນ້ຍ ແລະນະຄອນໂຮ່ຈີມິນ ຮັບດອກໄມ້ອວຍພອນຈາກຜູ້ຕາງໜ້າບັນດາໂຮງຮຽນ. ພາບ: ຮ່າເຟືອງ.

ທີມຫວຽດນາມ ລວມມີສະມາຊິກ 6 ຄົນ: ຟານຮຶ້ວອານ, ດິງຫວູ້ຕຸ່ງເລິມ, ເຈືອງຕ໊ວນເຫງ້ຍ (ນັກຮຽນຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທໍາມະຊາດ), ຟານຮວິ່ງຕ໊ວນກຽດ (ນັກຮຽນຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ເລຮົ່ງຟອງ), ໂດ້ແບ໊ກຄວາ (ນັກຮຽນຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ-Amsterdam), ຫວູ້ງອກບິ່ງ (ນັກຮຽນຫ້ອງ ມ.6, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ວິ້ງຟຸກ).

ໂດຍ: ຈາງຫງວຽນ