leftcenterrightdel
ພາບປະກອບຄັດຈາກ: ສໍານັກຂ່າວສານຫວຽດນາມ.

ບັນດາຫົວຂໍ້ຂອງ YSEALI ປີນີ້ລວມມີ: ຊຸກຍູ້ຈິດໃຈພົນລະເມືອງຕັ້ງໜ້າ; ສິ່ງແວດລ້ອມ; ວິສາຫະກິດສັງຄົມ ແລະການພັດທະນາເສດຖະກິດ. ຜູ້ສະໝັກແມ່ນພົນລະເມືອງຫວຽດນາມ ທີ່ມີອາຍຸແຕ່ 18-25 ປີ, ພວມແມ່ນນັກສຶກສາຂອງບັນດາມະຫາວິທະຍາໄລ ຫຼື ໄດ້ຈົບມະຫາວິທະຍາໄລ, ວິທະຍາໄລ, ຮາກຖານການສຶກສາຂັ້ນມະຫາວິທະຍາໄລ, ມີກໍາລັງຄວາມສາມາດນໍາພາ, ເອົາໃຈໃສ່ເຖິງການເຄື່ອນໄຫວເພື່ອວົງຄະນະຍາດຢູ່ໂຮງຮຽນ, ບ່ອນປະຕິບັດງານ ແລະທ້ອງຖິ່ນ, ຮູ້ພາສາອັງກິດໄດ້ດີ. ກຳນົດເວລາມອບສໍາເນົາຮອດວັນທີ 13 ມິຖຸນາ.

ທຶນການສຶກສາເຕັມສ່ວນ YSEALI ຂອງກະຊວງການຕ່າງປະເທດອາເມລິກາ ແມ່ນຊຸດຮຽນໄລຍະສັ້ນລົງເລິກທີ່ສະຫງວນໃຫ້ຮຸ່ນໜຸ່ມພາກພື້ນອາຊີຕາເວັນອອກສ່ຽງໃຕ້. ຊຸດຮຽນທາງອິນເຕີເນັດ ແລະເຂົ້າຮ່ວມບັນດາການເຄື່ອນໄຫວການສຶກສາ ແລະວັດທະນະທໍາຢູ່ອາເມລິກາ.

ໂດຍ: ເຈິ່ນຮວ່ຽນ