leftcenterrightdel
ບັນດາທີມເຂົ້າຮ່ວມຮອບຄັດເລືອກສອບເສັງກ່ຽວກັບຄວາມຮູ້. ພາບ: ຮົ່ງຢາງ.

ການສອບເສັງໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 460 ຄົນຂອງ 79 ທີມທີ່ມາຈາກ 50 ຫົວໜ່ວຍ. ໃນນັ້ນ, ກຸ່ມ A ລວມມີບັນດາທີມແມ່ນນັກສຶກສາມະຫາວິທະຍາໄລ ແລະກຸ່ມ B ແມ່ນນັກຮຽນ, ນັກສຶກສາວິທະຍາໄລ, ໂຮງຮຽນຊັ້ນກາງ. ເນື້ອໃນການສອບເສັງແມ່ນກ່ຽວກັບການຍູ້ແຮງການຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດໍາລົງຊີວິດຂອງປະທານໂຮ່ຈີມິນ, ໝູນໃຊ້ຄວາມຮູ້ຂອງວິຊາວິທະຍາສາດມາກ-ເລນິນ, ແນວຄິດໂຮ່ຈີມິນ ເຂົ້າໃນການແກ້ໄຂບັນຫາຕົວຈິງ, ຜົນງານດ້ານການເມືອງ, ເສດຖະກິດ-ສັງຄົມ, ການເຊື່ອມໂຍງຂອງປະເທດຊາດ ແລະນະຄອນ, ປະຫວັດສາດພັກ, ສະຫະພັນ, ສະມາຄົມ, ມູນເຊື້ອນັກຮຽນ, ນັກສຶກສາ, ຄວາມຮູ້ກ່ຽວກັນການເລືອກຕັ້ງ...

ການສອບເສັງໃນປີນີ້, ໄດ້ແບ່ງອອກເປັນສອງພາກສ່ວນດ້ວຍຊື່ທີ່ວ່າ “ລະດູບານໃໝ່ແຫ່ງເອກະລາດ” ແລະ“ຄວາມຄາດຫວັງຂອງໄວໜຸ່ມ”. ຮອບຊີງຊະນະເລີດ, ການມອບລາງວັນຈະດໍາເນີນໃນລະຫວ່າງວັນທີ 3-4 ມິຖຸນາ.

ໂດຍ: ເຈິ່ນຮວ່ຽນ