ນັກຮຽນ, ນັກສຶກສາ 130 ຄົນ ທີ່ໄດ້ຮັບຍ້ອງຍໍແມ່ນບັນດາແບບຢ່າງທີ່ດີເດັ່ນໃນການຮໍ່າຮຽນ, ເຂົ້າຮ່ວມຂະບວນການ; ເປັນແບບຢ່າງກ່ຽວກັບຄຸນສົມບັດ, ແບບແຜນການດໍາລົງຊີວິດ, ນໍ້າໃຈສາມັກຄີ, ຄວາມເມດຕາ, ຮັກບ້ານເກີດເມືອງນອນ, ປະເທດຊາດ... ໃນນັ້ນມີຫຼາຍຄົນໄດ້ຕັ້ງໜ້າເຂົ້າຮ່ວມ ແລະບັນລຸໄດ້ຜົນງານດີເດັ່ນໃນການສອບເສັງຊອກຮູ້ກ່ຽວກັບພັກ, ລັດທິມາກ-ເລນິນ, ແນວຄິດໂຮ່ຈີມິນ... ໂດຍກະຊວງສຶກສາ ແລະກໍ່ສ້າງ ສົມທົບກັບອົງການ, ທ້ອງຖິ່ນຕ່າງໆທີ່ກ່ຽວຂ້ອງຈັດຕັ້ງ.

leftcenterrightdel
ຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາດີເດັ່ນໃນການຮໍ່າຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ປີ 2020. ພາບ: qdnd.vn.

ທີ່ພິທີ, ກະຊວງສຶກສາ ແລະກໍ່ສ້າງ ໄດມອບລາງວັນທີໜຶ່ງ 3 ລາງວັນ, ລາງວັນທີສອງ 9 ລາງວັນ, ລາງວັນທີສາມ 18 ລາງວັນ ໃຫ້ແກ່ນັກຮຽນ, ນັກສຶກສາດີເດ່ັນໃນການແຂ່ງຂັນ “ໄວໜຸ່ມຮໍ່າຮຽນ ແລະປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ”.

ໂດຍ: ທູຈາງ