ພາຍຫຼັງການຕ້ອນຮັບ, ກໍາລັງການແພດໄດ້ຈັດຕັ້ງການສີດຢາຂ້າເຊື້ອສຳພາລະຂອງບັນດານັກສຶກສາ, ດໍາເນີນການແຈ້ງອາການສຸຂະພາບ ແລະວັດແທກອຸນຫະພູມຮ່າງກາຍເພື່ອແນໃສ່ປ້ອງກັນ, ຕ້ານການຕິດແປດພະຍາດ ແລະເຮັດລະບຽບການເຂົ້າ-ອອກເມືອງ.

leftcenterrightdel
ບັນດານັກສຶກສາລາວ ແຈ້ງອາການສຸຂະພາບ ແລະວັດແທກອຸນຫະພູມຮ່າງກາຍຢູ່ດ່ານຊາຍແດນ. ພາບ: ncov.moh.gov.vn.

ຕໍ່ຈາກນັ້ນ, ຄະນະຮັບຜິດຊອບໄດ້ນຳພານັກສຶກສາລາວ ໄປເຖິງສູນແຍກປ່ຽວຂອງແຂວງ. ພາຍຫຼັງໝົດກຳນົດເວລາແຍກປ່ຽວ, ບັນດານັກສຶກສາລາວດັ່ງກ່າວຈະໄດ້ຕິດຕາມອາການເປັນເວລາ 14 ວັນຕື່ມອີກຢູ່ຫໍພັກຂຶ້ນກັບໂຮງຮຽນວິທະຍາໄລສ້າງຄູແຂວງເທື່ອທຽນເຫວ້. ຫຼັງຈາກນັ້ນ, ພວກນ້ອງກໍ່ຈະໄດ້ຮຽນພາສາຫວຽດເປັນເວລາ 1 ປີ ຢູ່ໂຮງຮຽນວິທະຍາໄລສ້າງຄູແຂວງເທື່ອທຽນເຫວ້. ເມື່ອສິ້ນສຸດການຮຽນພາສາຫວຽດແລ້ວ, ພວກນ້ອງຈະໄດ້ເລືອກສາຍຮຽນຢູ່ຕາມວິທະຍາໄລໃນບໍລິເວນແຂວງ. ນີ້ແມ່ນໂຄງການຮ່ວມມືບໍາລຸງສ້າງເປັນປະຈໍາຂອງແຂວງເທື່ອທຽນເຫວ້ ກັບບັນດາແຂວງຂອງລາວ.

ໂດຍ: ທູຈາງ