ນາມມະຍົດ “ນັກສຶກສາລາວ ແລະກໍປູເຈຍດີເດັ່ນ” ເພື່ອແນໃສ່ຍ້ອງຍໍສັນລະເສີນບັນດາແບບຢ່າງນັກສຶກສາລາວ ແລະກໍາປູເຈຍ ທີ່ຮຽນເກັ່ງ, ຕັ້ງໜ້າເຂົ້າຮ່ວມໃນການເຄື່ອນໄຫວຂະບວນການຕ່າງໆ.

leftcenterrightdel
ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍໃຫ້ບັນດານັກສຶກສາລາວ ແລະກໍປູເຈຍ ທີ່ດີເດັ່ນ. ພາບ: ສໍານັກຂ່າວສານຫວຽດນາມ.

ຄະນະຈັດຕັ້ງໄດ້ປະຊຸມພິຈາລະຈາ ແລະເຫັນດີເປັນເອກະພາບຍ້ອງຍໍຊົມເຊີຍນັກສຶກສາລາວ 94 ຄົນ ແລະນັກສຶກສາກໍາປູເຈຍ 28 ຄົນໃນປີ 2020. ຜ່ານການຈັດຕັ້ງມາເປັນເວລາ 15 ປີ, ລາຍການໄດ້ຍ້ອງຍໍຊົມເຊີຍນັກສຶກສາລາວ ແລະກໍາປູເຈຍ ດີເດັ່ນ 801 ຄົນທີ່ຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ສະຖາບັນໃນບໍລິເວນນະຄອນໂຮ່ຈີມິນ. ບັນດານັກສຶກສາທີ່ໄດ້ຮັບການຍ້ອງຍໍບໍ່ພຽງແຕ່ແມ່ນແບບຢ່າງໃນການຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມເທົ່ານັ້ນ, ຫາກຍັງແມ່ນຜູ້ທີ່ສືບຕໍ່ເພີ່ມພູນຄູນສ້າງນໍ້າໃຈມິດຕະພາບລະຫວ່າງຫວຽດນາມ-ລາວ-ກໍາປູເຈຍ ໃຫ້ພັດທະນາແບບຍືນຍົງອີກດ້ວຍ.

ໂດຍ: ທູຈາງ