ໃນນັ້ນ, ເອື້ອຍຄູ ຮ່າແອ໊ງເຟື້ອງ, ອາຍຸ 29 ປີ, ຄູສອນພາສາອັງກິດໂຮງຮຽນມັດທະຍົມຕອນປາຍເຮືອງເກິ່ນ, ແຂວງຝູເຖາະ, ຫວຽດນາມແມ່ນໜຶ່ງໃນ 10 ຄູສອນດີເດັ່ນທີ່ສຸດໃນທົ່ວໂລກປີ 2020 ໄດ້ຮັບການເຊີດຊູຢູ່ລາງວັນນີ້.

leftcenterrightdel
ເອື້ອຍຄູ ຮ່າແອ໊ງເຟື້ອງ. ພາບ: vietnamnet.vn.

ລາງວັນຄູສອນທົ່ວໂລກແມ່ນລາງວັນປະຈຳປີຂອງອົງການ Varkey Foundation, ສະຫງວນໃຫ້ບັນດາຄູສອນໃນທົ່ວໂລກທີ່ມີການປະກອບສ່ວນທີ່ດີເດັ່ນເຂົ້າໃນອາຊີບສິດສອນ. ເອື້ອຍຄູ ຮ່າແອ໊ງເຟື້ອງ ແມ່ນຄູສອນຫວຽດນາມ ຜູ້ທໍາອິດລອດເຂົ້າທອັບ 10 ຄູສອນດີເດັ່ນທີ່ສຸດໃນທົ່ວໂລກ. ກ່ອນໜ້ານັ້ນ, ໃນເດືອນ ມີນາ 2020, ເອື້ອຍຄູກໍ່ແມ່ນໜຶ່ງໃນ 50 ຄູສອນທີ່ມີໜ້າໃນບັນຊີລາຍຊື່ຄູສອນທີ່ໄດ້ປະກອບສ່ວນດີເດັ່ນໃນຂົງເຂດການສຶກສາໂດຍອົງການ Varkey Foundation ປະກາດ.

ໂດຍ: ເຈິ່ນຮວ່ຽນ