ດ້ວຍຜົນງານແຂ່ງຂັນທີ່ດີເດັ່ນ, ກຸ່ມບໍລິສັດ Viettel ໄດ້ມອບລາງວັນໃຫ້ສະໂມສອນບານເຕະ Viettel ເປັນເງິນ 5 ຕື້ດົ່ງ. ກ່ອນໜ້ານັ້ນ,  ສະໂມສອນບານເຕະ Viettel ໄດ້ຮັບລາງວັນເປັນເງິນ 3 ຕື້ດົ່ງຈາກບໍລິສັດຫຸ້ນສ່ວນບານເຕະຫວຽດນາມ ແລະລາງວັນຂອງກະຊວງປ້ອງກັນປະເທດ. ຄະນະການນໍາສະໂມສອນບານເຕະ Viettel ໄດ້ຕົກລົງຫັກເງິນລາງວັນຈຳນວນ 2 ຕື້ດົ່ງ ເພື່ອສະໜັບສະໜູນພໍ່ແມ່ປະຊາຊົນພາກກາງທີ່ຖືກຜົນສະທ້ອນຢ່າງໜັກໜ່ວງຈາກພາຍຸ, ນໍ້າຖ້ວມທີ່ຜ່ານມາ.

leftcenterrightdel
ກຸ່ມບໍລິສັດ Viettel ຈັດຕັ້ງການບໍລິຈາກໃຫ້ພໍ່ແມ່ປະຊາຊົນພາກກາງ. ພາບ: qdnd.vn

ການແຂ່ງຂັນໄລຍະ 2021, ສະໂມສອນບານເຕະ Viettel ໄດ້ກາຍເປັນຕົວແທນໜຶ່ງດຽວຂອງຫວຽດນາມ ໄປເຂົ້າຮ່ວມການແຂ່ງຂັນ AFC Champions League. ເມື່ອແບ່ງປັນທີ່ງານພົບປະສັງສັນ, ຄູຝຶກ ເຈືອງຫວຽດຮວ່າງ ໄດ້ຢັ້ງຢືນວ່າ: “ເມື່ອໄປແຂ່ງຂັນຢູ່ລະດັບທະວີບ, ສະໂມສອນ Viettel ຈະບໍ່ປະໃຫ້ບານເຕະຫວຽດນາມ ຕ້ອງອັບອາຍຂາຍໜ້າ”.

ໂດຍ: ທະນາພອນ