ທີ່ການເຮັດວຽກ, ທ່ານນາງ Lesley Miller ໄດ້ສະເໜີ 4 ຂົງເຂດບຸລິມະສິດຮ່ວມມືລະຫວ່າງ UNICEF ຫວຽດນາມ ແລະກະຊວງສຶກສາ ແລະກໍ່ສ້າງຫວຽດນາມ, ລວມມີ: ນໍາເຕັກໂນໂລຢີດີຈີຕອນໃນການສຶກສາ ແລະກໍ່ສ້າງ; ສ້າງຫຼັກສູດການສຶກສາຊັ້ນອະນຸບານ; ຍົກສູງຄຸນນະພາບການສຶກສາ ແລະຮັບປະກັນຄວາມຍຸຕິທໍາໃນການສຶກສາ; ສ້າງສະພາບແວດລ້ອມຮໍ່າຮຽນຂຽວ-ສະອາດ-ສວຍງາມ ແລະປອດໄພ.

leftcenterrightdel
ທ່ານນາງ ໂງທິມິນ ຮອງລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຕ້ອນຮັບທ່ານນາງ Lesley Miller ຮອງຫົວໜ້າຜູ້ຕາງໜ້າ UNICEF ປະຈຳຫວຽດນາມ ພ້ອມດ້ວຍຄະນະ. ພາບ: ທູຮັ່ງ.

ຕາມທ່ານນາງ Lesley Miller ແລ້ວ ໃນ 4 ຂົງເຂດບຸລິມະສິດຮ່ວມມືນັ້ນ, ເລື່ອງນໍາເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການສຶກສາຕ້ອງໄດ້ເອົາໃຈໃສ່, ໃນນັ້ນ, UNICEF ສະເໜີຮ່ວມມືກັບກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ເພື່ອນໍາເຕັກໂນໂລຢີຂໍ້ມູນຂ່າວສານເຂົ້າໃນການສຶກສາໃຫ້ແກ່ນັກຮຽນ (ຈາກຊັ້ນອະນຸບານ) ແລະບັນດາຄູສອນ. ຄວາມຈິງສະແດງໃຫ້ເຫັນວ່າ, ສະພາບພະຍາດໂຄວິດ-19 ຜ່ານມາ, ຍ້ອນມີເຕັກໂນໂລຢີຂໍ້ມູນຂ່າວສານ, ການຮໍ່າຮຽນບໍ່ຖືກຕັດຕອນເຖິງວ່າການໄປຮຽນຕ້ອງຢຸດໄວ້ຊົ່ວຄາວ.

ຕີລາຄາສູງການໜູນຊ່ວຍຂອງ UNICEF ໃນໄລຍະຜ່ານມາໃຫ້ບັນດາໂຮງຮຽນຢູ່ຫວຽດນາມ ໃນການສ້າງລະບົບນໍ້າປະປາ ແລະເຮັດອະນາໄມສິ່ງແວ້ດລ້ອມເພື່ອຍົກສູງຄຸນນະພາບການສຶກສາ, ທ່ານນາງ ໂງທິມິນ ສະແດງຄວາມເຫັນດີເຫັນພ້ອມຕໍ່ຂໍ້ສະເໜີຮ່ວມມືຂອງ UNICEF ໃນໄລຍະຈະມາເຖິງ ເພື່ອແນໃສ່ສ້າງສະພາບແວດລ້ອມຮໍ່າຮຽນຂຽວ-ສະອາດ-ສວຍງາມ ແລະ ປອດໄພໃຫ້ແກ່ນັກຮຽນທຸກຄົນ.

ໂດຍ: ເຈິ່ນຮວ່ຽນ