ຕາມນັ້ນແລ້ວ, ນັກສອບເສັງ 6/6 ຄົນລ້ວນແຕ່ຍາດໄດ້ລາງວັນ, ໃນນັ້ນມີຫຼຽນຄໍາ 2 ຫຼຽນ, ຫຼຽນເງິນ 1 ຫຼຽນ, ຫຼຽນທອງ 2 ຫຼຽນ ແລະໃບຍ້ອງຍໍ 1 ໃບ. ການແຂ່ງຂັນ Olympic ວິຊາຄະນິດສາດສາກົນຄັ້ງທີ 61 ປີ 2020 ໂດຍສະຫະພັນລັດເຊຍ ເປັນປະເທດເຈົ້າພາບໄດ້ຈັດຂຶ້ນຕາມຮູບແບບແຂ່ງຂັນທາງໄກ. ທີມຊາດຫວຽດນາມ ໄດ້ແຂ່ງຂັນຢູ່ໂຮງຮຽນມະຫາວິທະຍາໄລວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ.

leftcenterrightdel
ນັກຮຽນ 6 ຄົນຖ່າຍຮູບຢູ່ວັນມ໊ຽວ-ກວ໊ກຕື໋ຢາມ. ພາບ: ຈູງເຕິມ

ການແຂ່ງຂັນ Olympic ວິຊາຄະນິດສາດປີນີ້ ມີການເຂົ້າຮ່ວມຂອງນັກຮຽນທີ່ມາຈາກ 105 ປະເທດ ແລະເຂດແຄວ້ນ. ດ້ວຍຜົນງານຫຼຽນຄໍາ 2 ຫຼຽນ, ຫຼຽນເງິນ 1 ຫຼຽນ, ຫຼຽນທອງ 2 ຫຼຽນ ແລະໃບຍ້ອງຍໍ 1 ໃບນັ້ນ, ທີມຊາດຫວຽດນາມ ໄດ້ຈັດຢູ່ອັນດັບທີ 17 ໃນຈຳນວນ 105 ປະເທດ ແລະເຂດແຄວ້ນທີ່ເຂົ້າຮ່ວມການແຂ່ງຂັນ.

ໂດຍ: ທະນາພອນ