ພາຍໃຕ້ຫົວຂໍ້ “ຫວຽດນາມ ປີ 2045”, ເວທີປາໄສປັນຍາຊົນໜຸ່ມຫວຽດນາມ ໃນທົ່ວໂລກຄັ້ງທີ  III, ປີ 2020, ໂດຍສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ ຈັດຕັ້ງເພື່ອແນ່ໃສ່ສືບຕໍ່ປັບປຸງເຄືອຂ່າຍປັນຍາຊົນໜຸ່ມຫວຽດນາມໃນທົ່ວໂລກ; ສ້າງເວທີປາໄສເພື່ອໃຫ້ປັນຍາຊົນໜຸ່ມທີ່ພວມຮໍ່າຮຽນ, ດໍາລົງຊີວິດ ແລະເຮັດວຽກຢູ່ພາຍໃນ ແລະຕ່າງປະເທດປຶກສາຫາລືກ່ຽວກັບວິໄສທັດ, ພາລະກໍາ, ບົດບາດ ແລະຄວາມສາມາດປະກອບສ່ວນຂອງຖັນແຖວປັນຍາຊົນໜຸ່ມຫວຽດນາມ ໃນກິດຈະການສ້າງສາ ແລະພັດທະນາປະເທດຊາດ, ຊຸກຍູ້ວິວັດການເຊື່ອມໂຍງດ້ານເສດຖະກິດຂອງຫວຽດນາມ ເຂົ້າກັບພາກພື້ນ ແລະທົ່ວໂລກ.

leftcenterrightdel
ບັນດາຜູ້ແທນ ເຂົ້າຮ່ວມເວທີປາໄສປັນຍາຊົນໜຸ່ມຫວຽດນາມ ໃນທົ່ວໂລກຄັ້ງທີ  II. ພາບ: ສູນກາງຊາວໜຸ່ມກອມມູນິດໂຮ່ຈີມິນ.

ທີ່ເວທີປາໄສ, ບັນດາຜູ້ແທນຈະສຸມໃສ່ປຶກສາຫາລື 4 ຫົວຂໍ້: ຍູ້ແຮງການພັດທະນາເສດຖະກິດ-ສັງຄົມ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ; ສ້າງວັດທະນະທໍາ, ຊາວຫວຽດນາມ; ບົດບາດຂອງວິທະຍາສາດ-ເຕັກໂນໂລຢີໃນການຮັບໃຊ້ພັດທະນາປະເທດຊາດ, ບົດບາດຂອງຊາວໜຸ່ມ ແລະປັນຍາຊົນໜຸ່ມໃນການເຂົ້າຮ່ວມພັດທະນາປະເທດຊາດຮອດປີ 2045.

ໂດຍ: ທະນາພອນ