leftcenterrightdel
ພາບປະກອບຈາກ: thuonghieuvaphapluat.vn.

ຢູ່ນະຄອນຫລວງຮ່າໂນ້ຍ ມີນັກຮຽນເກືອບ 2,1 ລ້ານຄົນໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່. ທ່ານ ເວືອງດີງເຫ້ວ ເລຂາພັກນະຄອນຮ່າໂນ້ຍ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ຢູ່ໂຮງຮຽນມັດທະຍົມຕອນຕົ້ນຢ໋າງຫວໍ, ເມືອງບາດີງ - ຮ່າໂນ້ຍ.

ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫຽນ ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ຢູ່ໂຮງຮຽນອະນຸບານ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍຫງວຽນຊຽວ - ຮ່າໂນ້ຍ.

ສ່ວນທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ຢູ່ໂຮງຮຽນມັດທະຍົມຕອນປາຍ ເລກູຍໂດນ, ນະຄອນໂຮ່ຈີມິນ.

ຢູ່ນະຄອນດ່ານັ້ງ  ຍ້ອນຜົນສະທ້ອນຈາກໂລກລະບາດໂຄວິດ-19, ນັກຮຽນໄດ້ເຂົ້າຮ່ວມພິທີໄຂສົກຮຽນໃຫມ່ທາງອອນລາຍ.

vovworld.vn