leftcenterrightdel
ນັກຮຽນຫວຽດນາມ 6 ຄົນເຂົ້າຮ່ວມການແຂ່ງຂັນໂອລີມປິກວິຊາຄອມພິວເຕີອາຊີ-ປາຊີຟິກ. ພາບ: ກະຊວງສຶກສາ ແລະກໍ່ສ້າງຫວຽດນາມສະໜອງ.

ການແຂ່ງຂັນໂອລີມປິກວິຊາຄອມພິວເຕີອາຊີ-ປາຊີຟິກ ປີ 2020 ໄດ້ຈັດຕັ້ງຂຶ້ນຕາມຮູບການທາງອອນລາຍດ້ວຍການເຂົ້າຮ່ວມຂອງນັກຮຽນ 717 ຄົນທີ່ມາຈາກ 31 ປະເທດ ແລະເຂດແຄ້ວນ; ອິນໂດເນເຊຍ ແມ່ນປະເທດເຈົ້າພາບຈັດຕັ້ງ. ທີມຫວຽດນາມ ມີຜູ້ເຂົ້າຮ່ວມການແຂ່ງຂັນ 15 ຄົນ, ສະຖານທີ່ເຊື່ອມຕໍ່ການແຂ່ງຂັນແມ່ນຢູ່ໂຮງຮຽນມະຫາວິທະຍາໄລເຕັກໂນໂລຢີ, ມະຫາ ວິທະຍາໄລແຫ່ງຊາດຮ່າໂນ້ຍ. ຕາມການກຳນົດຄະນະຈັດຕັ້ງໄດ້ເລືອກເອົາຜູ້ເຂົ້າຮ່ວມການແຂ່ງຂັນຂອງຫວຽດນາມ 6 ຄົນທີ່ໄດ້ຄະແນນສູງສຸດເພື່ອພິຈາລະນາມອບລາງວັນ. ໝາກຜົນ, ນັກຮຽນຫວຽດນາມທັງ 6 ຄົນເຫຼົ່ານັ້ນ ລ້ວນແຕ່ຍາດໄດ້ຫຼຽນ; ໃນນັ້ນ, ນ້ອງ ບຸ່ຍຮົ່ງດຶ໊ກ, ນັກຮຽນຫ້ອງ ມ.7, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທໍາມະຊາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ ຍາດໄດ້ຫຼຽນຄໍາ.

ໂດຍ: ເຈິ່ນຮວ່ຽນ