leftcenterrightdel
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່. ພາບ: hanoimoi.com.vn.

ກ່າວຄໍາເຫັນທີ່ກອງປະຊຸມໃຫຍ່, ທ່ານ ເວືອງດິ່ງເຫວ້ ເລຂາພັກນະຄອນຮ່າໂນ້ຍ ຕີລາຄາວ່າອົງຄະນະພັກກຸ່ມບັນດາມະຫາວິທະຍາໄລ, ວິທະຍາໄລນະຄອນຮ່າໂນ້ຍ ແມ່ນອົງຄະນະພັກໃຫຍ່, ມີແຫຼ່ງຊັບພະຍາກອນທາງດ້ານພູມປັນຍາ, ມີຄວາມສາມາດບ່ົມຊ້ອນກ່ຽວກັບສະຕິປັນຍາອັນໃຫຍ່ຫຼວງ. ອົງຄະນະພັກຕ້ອງຊີ້ນໍານໍາພາ, ເຊື່ອມຕໍ່ບັນດາມະຫາວິທະຍາໄລ, ວິທະຍາໄລຢ່າງແໜ້ນແຟ້ນເພື່ອປະກອບສ່ວນ, ສະເໜີ, ວາງແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງ. ອົງຄະນະພັກຕ້ອງປະກອບສ່ວນເຂົ້າໃນກິດຈະການສ້າງສານະຄອນຫຼວງໃຫ້ກາຍເປັນສູນກາງຂະໜາດໃຫຍ່, ດີເດັ່ນໃນທົ່ວປະເທດທາງດ້ານການສຶກສາ, ການບໍາລຸງສ້າງທີ່ມີຄຸນນະພາບສູງ ແລະເຊື່ອມໂຍງເຂົ້າກັບສາກົນ...

ໂດຍ: ທູຈາງ