leftcenterrightdel
ຄວາມດີໃຈຂອງນ້ອງໆທີມຊາດຫວຽດນາມ ທີ່ເຂົ້າຮ່ວມການເສັງ Olympic ເຄມີສາກົນ ປີ 2020. ພາບ: ກະຊວງສຶກສາ ແລະກໍ່ສ້າງ ສະໜອງ.

Olympic ເຄມີສາກົນ ຄັ້ງທີ 52 ປີ 2020 ໄດ້ຈັດຂຶ້ນຢູ່ ຕວກກີ ໃນສະພາບພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນ. ການແຂ່ງຂັນໃນປີນີ້ມີບັນດາທີມທີ່ມາຈາກ 60 ປະເທດ ແລະເຂດແຄວ້ນເຂົ້າຮ່ວມ. ບັນດາທີມໄດ້ເຂົ້າຮ່ວມເສັງຕາມຮູບການທາງໄກ. ທີມຫວຽດນາມເຂົ້າຮ່ວມການເສັງຢູ່ມະຫາວິທະຍາໄລສ້າງຄູ ຮ່າໂນ້ຍ ແລະໄດ້ຮັບການຄຸ້ມຄອງ, ຕິດຕາມກວດກາທາງອອນລາຍຜ່ານລະບົບ camera ດ້ວຍລະບົບເວລາຕົວຈິງຂອງຄະນະຈັດຕັ້ງ ຢູ່ ຕວກກີ.

ໂດຍ: ໄຊຊະນະ