leftcenterrightdel
ທີມນັກຮຽນຫວຽດນາມ ເຂົ້າຮ່ວມງານແຂ່ງຂັນໂອລີມປິກຟີຊິກ ເອີລົບ. ພາບ: hanoimoi.com.vn

ນັກຮຽນທີ່ຍາດໄດ້ຫຼຽນຄໍາແມ່ນ ທ້າວ ຫງວຽນແມ້ງກວນ ທີ່ມາຈາກໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາ ຮ່າໂນ້ຍ - Amsterdam (ນະຄອນຮ່າໂນ້ຍ), ເຊິ່ງແມ່ນນັກຮຽນທີ່ມີຄະແນນສູງຄົນທີ 5 ໃນຈໍານວນ 300 ກວ່າຄົນທີ່ເຂົ້າຮ່ວມງານແຂ່ງຂັນ. ງານແຂ່ງຂັນໂອລີມປິກຟີຊິກ ເອີລົບ ປີ 2020 ໄດ້ດໍາເນີນແຕ່ວັນທີ 20-26 ກໍລະກົດ 2020, ດ້ວຍການເຂົ້າຮ່ວມຂອງນັກຮຽນທີ່ມາຈາກ 53 ປະເທດ, ເຂດແຄວ້ນ. ຍ້ອນຜົນສະທ້ອນຂອງພະຍາດໂຄວິດ-19 ສະນັ້ນ, ງານແຂ່ງຂັນປີນີ້ຈຶ່ງໄດ້ດໍາເນີນທາງອອນລາຍ. ນີ້ແມ່ນປີທີ 4 ທີ່ງານແຂ່ງຂັນດັ່ງກ່າວໄດ້ຈັດຂຶ້ນ ແລະເປັນປີທີ 2 ເຊິ່ງ ຫວຽດນາມ ມີນັກຮຽນເຂົ້າຮ່ວມ.

ໂດຍ: ໄຊຊະນະ