ຄະນະບໍລິຫານງານສະມາຄົມນັກສຶກສາຫວຽດນາມ ຢູ່ອົດສະຕາລີ ລວມມີ 19 ຄົນ, ເຊິ່ງແມ່ນຜູ້ຕາງໜ້າໃຫ້ແກ່ນັກສຶກສາຢູ່ 8 ລັດ ແລະເຂດແຄ້ວນຂອງອົດສະຕາລີ.

leftcenterrightdel
ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກສຶກສາຫວຽດນາມ ຢູ່ອົດສະຕາລີ ຄັ້ງທີ 1, ອາຍຸການ 2020-2022. ພາບ: vov.vn.

ທີ່ກອງປະຊຸມ, ທ່ານ ໂງເຮື໊ອງນາມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາອົດສະຕາລີ ຢັ້ງຢືນວ່າ “ນັກສຶກສາຫວຽດນາມ ແມ່ນໜຶ່ງໃນບັນດາພາກສ່ວນທີ່ສໍາຄັນໃນການພົວພັນສອງປະເທດ ແລະແມ່ນປັດໄຈຊຸກຍູ້ການພົບປະແລກປ່ຽນປະຊາຊົນ”. ທ່ານ ໂງເຮື໊ອງນາມ ຫວັງວ່າ ການສ້າງຕັ້ງສະມາຄົມນັກສຶກສາຫວຽດນາມ ຢູ່ອົດສະຕາລີ ຈະສ້າງຄວາມສະໜິດຕິດພັນໃນປະຊາຄົມນັກສຶກສາຫວຽດນາມ ຢູ່ອົດສະຕາລີ, ພ້ອມທັງຕິດພັນປະຊາຄົມນັກສຶກສາ ກັບອົງການຈັດຕັ້ງສັງຄົມຕ່າງໆຄື: ບັນດາສະມາຄົມວິສາຫະກິດ, ບັນດາສະໂມສອນ, ປະຊາຄົມຊາວຫວຽດນາມ ອາໄສຢູ່ອົດສະຕາລີ...

ທ່ານ ໂງເຮື໊ອງນາມ ຖືວ່າ ເລື່ອງຕິດພັນນັກສຶກສາກັບບັນດາອົງການຈັດຕັ້ງສັງຄົມອື່ນໆຈະສ້າງກໍາລັງແຮງຕື່ມອີກໃຫ້ແກ່ສະມາຄົມນັກສຶກສາ. ຄຽງຂ້າງນັ້ນ, ທ່ານກໍ່ສະແດງຄວາມປາດຖະໜາວ່າ “ພວກເພື່ອນນັກສຶກສາຈະປະຕິບັດບົດບາດຊຸກຍູ້ການພົບປະແລກປ່ຽນປະຊາຊົນໃຫ້ເປັນຢ່າງດີກວ່າອີກ, ປະກອບສ່ວນເພີ່ມເຕີມຄວາມເຂົ້າໃຈ ແລະຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ”.

ໂດຍ: ທູຈາງ