leftcenterrightdel
UEH ໄດ້ຮັບການເຊີດຊູໃນທອັບ 25 ມະຫາວິທະຍາໄລດີທີ່ສຸດໃນໂລກ. ພາບ: giaoducthoidai.vn.

ນີ້ແມ່ນຄັ້ງທີ 4, UEH ບັນລຸໄດ້ລາງວັນນີ້. U-Multirank ແມ່ນອົງການຈັດອັນດັບບັນດາມະຫາວິທະຍາໄລໃນໂລກດ້ວຍແຫຼ່ງອຸປະຖໍາທີ່ມາຈາກໂຄງການ Erasmus+ ຂອງຄະນະກໍາມະການເອີລົບ. ໃນແຕ່ລະປີ, U-Multirank ໄດ້ປະກາດບັນຊີລາຍຊື່ 25 ມະຫາວິທະຍາໄລທີ່ມີດັດຊະນີຕີລາຄາດີທີ່ສຸດຂອງບັນດາລາຍການ: ການຄົ້ນຄວ້າ, ຖ່າຍຖອດພູມປັນຍາ, ການກໍານົດທິດສາກົນ, ການສິດສອນ ແລະຮໍ່າຮຽນ... UEH ແມ່ນມະຫາວິທະຍາໄລໜຶ່ງດຽວຂອງຫວຽດນາມ ທີ່ໄດ້ນອນໃນທອັບ 25 ມະຫາວິທະຍາໄລດີທີ່ສຸດໃນໂລກຕາມຕາຕະລາງຈັດອັນດັບຂອງ U-Multirank ໃນປີ 2020 ກ່ຽວກັບການຖ່າຍຖອດພູມປັນຍາ. ລາຍການນີ້ແມ່ນກ່ຽວຂ້ອງເຖິງຂົງເຂດຖ່າຍຖອດພູມປັນຍາພາຍນອກ, ຕີລາຄາລະດັບຄວາມຄ່ອງແຄ້ວຂອງມະຫາວິທະຍາໄລໃນການສະໜອງທີ່ຮັບໃຊ້ການພັດທະນາອາຊີບຍາວນານໃຫ້ແກ່ບັນດາບຸກຄົນ ແລະອົງການຈັດຕັ້ງ.

ໂດຍ: ເຈິ່ນຮວ່ຽນ