leftcenterrightdel
ມະຫາວິທະຍາໄລສັບພະວິຊາຮ່າໂນ້ຍ ແມ່ນໜຶ່ງໃນສາມໂຮງຮຽນລອດເຂົ້າໃນທອັບບັນດາມະຫາວິທະຍາໄລແຖວໜ້າອາຊີ 2020. ພາບ: vtv.vn.

ປີ 2020 ມີເກືອບ 500 ມະຫາວິທະຍາໄລທີ່ມາຈາກ  30 ປະເທດ, ເຂດແຄ້ວນຂອງອາຊີ ໄດ້ຮັບການຈັດອັນດັບ, ໃນຂະນະທີ່ປີ 2019 ມີແຕ່ 400 ໂຮງຮຽນເທົ່ານັ້ນ. ຕາຕະລາງຈັດອັນດັບບັນດາມະຫາວິທະຍາໄລອາຊີ ໄດ້ຄັດເລືອກໂດຍອີງໃສ່ 13 ມາດຖານຂອງຕາຕະລາງຈັດອັນດັບບັນດາມະຫາວິທະຍາໄລໂລກຂອງວາລະສານ Times Higher Education, ສຸມໃສ່ໃນບັນດາຂົງເຂດ: ການສິດສອນ (30%), ການຄົ້ນຄວ້າ (30%), ດັດຊະນີຄັດສະເໜີ (30%), ລາຍຮັບຈາກການຖ່າຍທອດຄວາມຮູ້ (7,5%) ແລະຫັນເປັນສາກົນ (7,5%).

ໂດຍ: ເຈິ່ນຮວ່ຽນ