ຕໍ່ໜ້າການຜັນແປສັບສົນຂອງພະຍາດໂຄວິດ-19, ງານບຸນປຶ້ມຂໍ່ານັບຮັບຕ້ອນວັນປຶ້ມຫວຽດນາມ ໄດ້ຈັດຕັ້ງຢູ່ເວັບໄຊການຄ້າເອເລັກໂຕນິກ book365.vn ດ້ວຍການເຂົ້າຮ່ວມຂອງ 24 ໂຮງພິມຈໍາໜ່າຍ ແລະ 25 ບໍລິສັດຈຳໜ່າຍໃຫຍ່ໃນທົ່ວປະເທດ.

leftcenterrightdel
ເວັບໄຊການຄ້າເອເລັກໂຕນິກ book365.vn. ພາບ: qdnd.vn.

ປຶ້ມປະມານ 10.000 ຫົວ ຈະໄດ້ຮັບການແນະນໍາເຖິງເພື່ອນຜູ້ອ່ານ, ໃບສັ່ງຊື້ປຶ້ມ 20.000 ຫົວທໍາອິດຈະບໍ່ຕ້ອງເສຍຄ່າຂົນສົ່ງ. ງານບຸນປຶ້ມທາງໄກແຫ່ງຊາດ ຍັງຈັດຕັ້ງ 40 ເຫດການພົບປະແລກປ່ຽນລະຫວ່າງຜູ້ອ່ານກັບບັນດານັກປະພັນ, ນັກແປພາສາ, ນັກຄົ້ນຄວ້າ, ນັກທຸລະກິດ, ນັກສິລະປິນ, ຜູ້ເຮັດວຽກງານພິມຈຳໜ່າຍໃນທົ່ວປະເທດ. ເຫດການຈະດໍາເນີນຮອດວັນທີ 20 ພຶດສະພາ.

ໂດຍ: ຄໍາແພງ