ຕອນບ່າຍວັນທີ 11 ມີນາ, ທ່ານ ຝຸ່ງຊວນຫຍ້າ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ມີການເຮັດວຽກກັບທ່ານ Daniel J. Kritenbrink ເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ, ເພື່ອແນໃສ່ແລກປ່ຽນບັນດາການເຄື່ອນໄຫວຊຸກຍູ້ການຮ່ວມມືດ້ານການສຶກສາ, ກໍ່ສ້າງລະຫວ່າງຫວຽດນາມ ແລະອາເມລິກາ ໃນໄລຍະຈະມາເຖິງ.

leftcenterrightdel
ທ່ານ ຝຸ່ງຊວນຫຍ້າ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລກປ່ຽນກັບທ່ານເອກອັກຄະລັດຖະທູດອາເມລິກາ ປະຈໍາ ຫວຽດນາມ ທີ່ການເຮັດວຽກ. ພາບ: vov.vn.

ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານ ຝຸ່ງຊວນຫຍ້າ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ Daniel J. Kritenbrink ແລະສະຖານທູດອາເມລິກາ ປະຈໍາ ຫວຽດນາມ ທີ່ໄດ້ໜູນຊ່ວຍຫຼາຍໂຄງການຮ່ວມມືດ້ານການສຶກສາ, ກໍ່ສ້າງຢ່າງມີປະສິດທິຜົນລະຫວ່າງຫວຽດນາມ ແລະອາເມລິກາ ໃນໄລຍະຜ່ານມາ.

ມຸ່ງໄປເຖິງຊຸກຍູ້ການຮ່ວມມືລະຫວ່າງສອງຝ່າຍຢ່າງມີປະສິດທິຜົນ, ທ່ານ ຝຸ່ງຊວນຫຍ້າ ສະເໜີສະຖານທູດອາເມລິກາ ໜູນຊ່ວຍເພື່ອກະກຽມໃຫ້ການໄປຢ້ຽມຢາມ ແລະເຮັດວຽກຢູ່ອາເມລິກາ ຂອງທ່ານລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງພ້ອມດ້ວຍບັນດານັກລົງທຶນ, ບໍລິສັດສຶກສາຫວຽດນາມ ເຊິ່ງຈະດໍາເນີນໃນໄລຍະຈະມາເຖິງໃຫ້ດີທີ່ສຸດ. ທ່ານລັດຖະມົນຕີ ປາດຖະໜາວ່າໃນການໄປຢ້ຽມຢາມ ແລະເຮັດວຽກຢູ່ອາເມລິກາ ຈະມາເຖິງນີ້, ທັງສອງຝ່າຍສາມາດຜັນຂະຫຍາຍລົງນາມສັນຍາວ່າດ້ວຍການເພີ່ມທະວີນັກອາສາສະໝັກອາເມລິກາ ມາສອນພາສາອັງກິດຢູ່ ຫວຽດນາມ.

ສ່ວນທ່າຍ Daniel J. Kritenbrink ໄດ້ຢັ້ງຢືນວ່າຫວຽດນາມ ແມ່ນຄູ່ຮ່ວມມືສໍາຄັນທີ່ສຸດຂອງອາເມລິກາ ໃນຂົງເຂດການສຶກສາ ແລະອາເມລິກາ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ  ພັດທະນາດ້ານການສຶກສາ.

ໂດຍ: ເກື່ອງດັ້ງ