ກຸ່ມນັກຮຽນຫວຽດນາມ ລວມມີ 5 ຄົນ: ໂດ໋ມີງດຶ໊ກ, ໂງກວາງຕູ່ງ, ບຸ່ຍກຸ໊ຍມີງ, ຫງວຽນຮວ່າງມີງ ແລະຫວູ໋ຈ້ອງຫງວຽນກອຍ. ພວກນ້ອງລ້ວນແຕ່ແມ່ນນັກຮຽນຫ້ອງມໍ 6 ວິຊາຟີຊິກສາດ, ໂຮງຮຽນມັດທະຍົມຕອນປາຍລົງເລິກວິຊາວິທະຍາສາດທຳມະຊາດ (ມະຫາວິທະຍາໄລວິທະຍາສາດທຳມະຊາດ, ມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ) ເຂົ້າຮ່ວມການສອບເສັງດ້ວຍຫົວຂໍ້ “ສ້າງລະບົບລ້ຽງປູກສິນໃນນ້ຳແບບຍືນຍົງ”.

leftcenterrightdel
ກຸ່ມນັກຮຽນຫວຽດນາມ ຍາດໄດ້ຫຼຽນເງິນໃນການສອບເສັງກ່ຽວກັບຂໍ້ລິເລີ່ມ ແລະປ່ຽນແປງໃໝ່ສາກົນ ປີ 2020. ພາບ: ຮວ່າງຢາງ.

ຕາມຫົວໜ້າກຸ່ມ ໂງກວາງຕູ່ງແລ້ວ, ສະພາບການອາກາດຮ້າຍແຮງຍ້ອນການປ່ຽນແປງຂອງດິນຟ້າອາກາດໄດ້ສົ່ງຜົນສະທ້ອນບໍ່ໜ້ອຍເຖິງບັນດາຂະແໜງອາຊີບຜະລິດ, ໃນນັ້ນມີລ້ຽງປູກສິນໃນນ້ຳ. ເພື່ອສ້າງລະບົບລ້ຽງປູກສິນໃນນ້ຳໃຫ້ເປັນປົກກະຕິແນໃສ່ຍົກສູງປະລິມານການຜະລິດ, ຄຸນນະພາບສິນໃນນ້ຳ, ຫຼຸດຜ່ອນການກະທົບຈາກສິ່ງແວດລ້ອມໃຫ້ຢູ່ໃນລະດັບຕ່ຳສຸດ, ທາງກຸ່ມໄດ້ປະດິດສ້າງເຄື່ອງດັດປັບເພື່ອໃຊ້ວັດແທກປະລິມານໃນສິ່ງແວດລ້ອມທາງນໍ້າໃນບໍລິເວນກວ້າງ. ຫົວຂໍ້ຂອງກຸ່ມໄດ້ຮັບການຕີລາຄາສູງຈາກຄະນະກໍາມະການ.

ໂດຍ: ຄໍາແພງ