ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນ ແລະເຫັນດີເປັນເອກະພາບໂດຍພື້ນຖານບາງເນື້ອໃນ ເພື່ອກະກຽມໃຫ້ແກ່ກອງປະຊຸມຄັ້ງທີ VII ຄະນະກໍາມະການລະຫວ່າງລັດຖະບານຫວຽດນາມ - ອັງໂກລາ.

ກ່ຽວກັບການສຶກສາ ແລະກໍ່ສ້າງ, ທ່ານ ຟຸ່ງຊວນຍະ ຖືວ່າ ສອງຝ່າຍຄວນເຫັນດີເປັນເອກະພາບເລືອກເອົາບັນດາວຽກງານທີ່ຈະຮ່ວມມືກັນໃນໄລຍະ 5 ປີຈະມາເຖິງຄືສືບຕໍ່ປັບປຸງການແລກປ່ຽນຊ່ຽວຊານ, ນັກຮຽນ-ນັກສຶກສາ, ໃນນັ້ນພິຈາລະນາເຖິງເລື່ອງຈັດສົ່ງນັກຮຽນຂອງຫວຽດນາມ ໄປຮໍ່າຮຽນຢູ່ອັງໂກລາ. ຄຽງຄູ່ກັນນັ້ນ, ຫວຽດນາມ ກໍ່ພ້ອມແລ້ວທີ່ຈະແບ່ງປັນກັບອັງໂກລາ ບັນດາບົດຮຽນກ່ຽວກັບການປ່ຽນແປງໃໝ່ການສຶກສາ, ເປັນຕົ້ນແມ່ນການສຶກສາສາມັນ-ນີ້ແມ່ນໜ້າທີ່ເຊິ່ງຫວຽດນາມ ພວມຍູ້ແຮງການຜັນຂະຫຍາຍ.

leftcenterrightdel
ທ່ານ ຟຸ່ງຊວນຍະ ລັດຖະມົນຕີກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຕ້ອນຮັບທ່ານ  Agostinho Andre de Carvalho  Fernandes ເອກອັກຄະລັດຖະທູດອັງໂກລາ ປະຈໍາ ຫວຽດນາມ. ພາບ: vov.vn.

ສ່ວນທ່ານ Agostinho Andre de Carvalho  Fernandes ປາດຖະໜາວ່າ ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ຈະສະໜັບສະໜູນ ແລະຍູ້ແຮງການຮ່ວມມືພັດທະນາການສຶກສາ, ໜູນຊ່ວຍອັງໂກລາ ໃນການກໍ່ສ້າງ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດ.

ທ່ານກໍ່ສະແດງຄວາມປາດຖະໜາຢາກຍູ້ແຮງການຮ່ວມມືກັບຫວຽດນາມ ໃນທຸກຂົງເຂດ, ຄື: ເສດຖະກິດ, ວັດທະນະທໍາ, ສາທາລະນະສຸກ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ພ້ອມທັງຖືວ່າ ລັດຖະບານສອງປະເທດຄວນຊອກຫາເສັ້ນທາງຮ່ວມມືທີ່ດີໃນອະນາຄົດຄືລົງນາມໃນເອກະສານນິຕິກໍາສະບັບຕ່າງໆ ຈາກນັ້ນຈະມີບັນດາການກະທໍາຢ່າງລະອຽດ.

ໂດຍ: ທະນາພອນ