leftcenterrightdel
ລາຍການສະແດງສິລະປະ. ພາບ: ຮົ່ງຢາງ.

ຄ້າຍພັກແລ້ງດ້ວຍຫົວຂໍ້ “ນັກຮຽນທົ່ວນະຄອນຮໍ່າຮຽນ ແລະປະຕິບັດຕາມຄໍາສັ່ງສອນຂອງລຸງໄຮ່”  ໄດ້ເຕົ້າໂຮມນັກຮຽນກວ່າ 12.000 ຄົນເຂົ້າຮ່ວມ, ເຊິ່ງຈັດເປັນ 8 ກຸ່ມ. ສະມາຊິກເຂົ້າຮ່ວມແມ່ນບັນດານັກຮຽນດີເດັ່ນໃນບໍລິເວັນນະຄອນ ທີ່ບັນລຸຜົນງານສູງໃນການຮໍ່າຮຽນ ແລະປະຕິບັດຕາມຄໍາສັ່ງສອນຂອງລຸງໄຮ່ ສົກຮຽນ 2019-2020. ທີ່ບັນດາກຸ່ມຄ້າຍໄດ້ດໍາເນີນການເຄື່ອນໄຫວຟົດຟື້ນ, ມີຄວາມໝາຍຫຼາຍຢ່າງ, ຄື: ການເດີນສວນສະໜາມ, ຫວນຄືນກ່ຽວກັບມູນເຊື້ອຂອງນັກຮຽນ, ນັກສຶກສາໃນທົ່ວປະເທດ, ລາຍການສະແດງສິລະປະວາດພາບຂະບວນການຕໍ່ສູ້ປະຕິວັດຂອງນັກຮຽນ, ນັກສຶກສາ, ມອບເງິນສະໜັບສະໜູນເພື່ອທະເລ, ໝູ່ເກາະຂອງບ້ານເກີດເມືອງນອນ...

leftcenterrightdel
ຄະນະຈັດຕັ້ງ ຍ້ອງຍໍຊົມເຊີຍບັນດານັກຮຽນທີ່ເປັນແບບຢ່າງດີເດັ່ນຢູ່ຄ້າຍພັກແລ້ງ. ພາບ: ຮົ່ງຢາງ.

ທີ່ຄ້າຍພັກແລ້ງ, ມະຫາວິທະຍາໄລ ຫງວຽນເຕິດແທ່ງ ສົມທົບກັບຄະນະຈັດຕັ້ງ ໄດ້ມອບທຶນສຶກສາໃຫ້ແກ່ນັກຮຽນດີເດັ່ນໃນການເຄື່ອນໄຫວ, ຂະບວນການແຂ່ງຂັນ 420 ຄົນ. ຄະນະຈັດຕັ້ງ ກໍ່ຍ້ອງຍໍຊົມເຊີຍ “ນັກຮຽນ 3 ດີ” 106 ຄົນ.

ໂດຍ: ທູຈາງ