ໂຄງການ  Homestay ປີ 2019 ໄດ້ຈັດຕັ້ງຢູ່ 5 ເມືອງ, ຄື: ຫ໋າຍເຈົາ, ແທັງເຄ, ເຊີນຈ່າ, ລຽນຈ໋ຽວ ແລະຫງູ໊ແຮ່ງເຊີນ ດ້ວຍການເຂົ້າຮ່ວມຂອງນັກສຶກສາລາວ ຈໍານວນ 100 ຄົນ ທີ່ພວມຮໍ່າຮຽນຢູ່ບັນດາໂຮງຮຽນມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນນະຄອນດ່ານັ້ງ. ໃນໄລຍະເວລາທີ່ດໍາລົງຊີວິດຢູ່ທີ່ນີ້, ບັນດານັກສຶກສາລາວ ໄດ້ຮັບຄວາມເອົາໃຈໃສ່, ຮັກແພງ ແລະສ້າງທຸກເງື່ອນໄຂເພື່ອເຊື່ອມຕົວເຂົ້າກັບການດຳລົງຊີວິດຂອງຄອບຄົວ ແລະເຂົ້າຮ່ວມກິດຈະກໍາທີ່ຈັບອົກຈັບໃຈ, ມີຄວາມໝາຍຫຼາຍຢ່າງຢູ່ທ້ອງຖິ່ນ, ຄື: ພົບປະແລກປ່ຽນວັດທະນະທໍາ, ສະແດງສິລະປະວັນນະຄະດີ, ແຂ່ງຂັນກິລາ...

leftcenterrightdel
ມອບໃບຍ້ອງຍໍໃຫ້ບັນດາໝູ່ຄະນະ, ສ່ວນບຸກຄົນທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຜົນສໍາເລັດຂອງໂຄງການ homestay ໃຫ້ແກ່ນັກສຶກສາລາວ ປີ 2019. ພາບ: qdnd.vn.

ໂຄງການແມ່ນໂອກາດເພື່ອໃຫ້ບັນດານັກສຶກສາລາວ ພົບປະແລກປ່ຽນ, ຝຶກຝົນຫຼໍ່ຫຼອມ, ຍົກສູງທັກສະໃນການສົນທະນາດ້ວຍພາສາຫວຽດ ແລະມີຄວາມເຂົ້າໃຈກ່ຽວກັບວັດທະນະທໍາ, ຮີດຄອງປະເພນີຂອງຊາວຫວຽດນາມ ກວ່າອີກ. ຜ່ານໂຄງການ, ສາຍພົວພັນແຮກສ່ຽວລະຫວ່າງພໍ່-ແມ່-ລູກ, ອ້າຍ-ເອື້ອຍ-ນ້ອງ ໄດ້ຮັບການສ້າງຕັ້ງຂຶ້ນ ແລະພັດທະນາສາຍພົວພັນທີ່ສະໜິດແໜ້ນ, ນໍ້າໃຈມິດຕະພາບ, ບໍລິສຸດຜຸດຜ່ອງລະຫວ່າງປະຊາຊົນສອງປະເທດ.

ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບໃບຍ້ອງຍໍຂອງສະຖານກົງສູນໃຫຍ່ລາວ ປະຈໍາ ດ່ານັ້ງ ແລະປະທານສະມາຄົມມິດຕະພາບຫວຽດນາມ - ລາວ ນະຄອນດ່ານັ້ງ ໃຫ້ແກ່ 10 ໝູ່ຄະນະ ແລະ 16 ສ່ວນບຸກຄົນທີ່ມີການປະກອບສ່ວນຫຼາຍຢ່າງເຂົ້າໃນຜົນສໍາເລັດຂອງໂຄງການ homestay ໃຫ້ແກ່ນັກສຶກສາລາວ ປີ 2019.

ໂດຍ: ກວຽດເຕິມ