leftcenterrightdel
ບັນຍາກາດທີ່ກອງປະຊຸມສໍາມະນາ “ສ້າງຍຸດທະສາດປຶ້ມແຫ່ງຊາດຫວຽດນາມ”. ພາບ: nhandan.com.vn.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສໍາມະນາໄດ້ເນັ້ນໜັກວ່າ: ຍຸດທະສາດປຶ້ມແຫ່ງຊາດແມ່ນໜຶ່ງໃນບັນດາວິທີການແກ້ໄຂບຸກທະລຸສໍາລັບການເຄື່ອນໄຫວຈັດພິມຈຳໜ່າຍເວົ້າລວມ ແລະຂອງແຕ່ລະສຳນັກພິມຈຳໜ່າຍເວົ້າສະເພາະເພື່ອສ້າງການຈັດພິມຈຳໜ່າຍໃຫ້ນັບມື້ນັບມີຫຼາຍສິ່ງພິມທີ່ມີຄຸນຄ່າ. ທິດທາງສ້າງຍຸດທະສາດປຶ້ມແຫ່ງຊາດຄວນອີງຕາມແຕ່ລະຂົງເຂດຂະແໜງການສະເພາະ, ແນໃສ່ຫັນກົນໄກ, ນະໂຍບາຍໜູນຊ່ວຍຂະແໜງພິມຈຳໜ່າຍເປັນລະອຽດ. ສຳລັບສຳນັກພິມຈຳໜ່າຍການເມືອງແຫ່ງຊາດສື໊ເທິດ, ໃນໄລຍະຈະມາເຖິງຈະສຸມໃສ່ພິມຈຳໜ່າຍບັນດາສິ່ງພິມ, ເອກະສານດ້ວຍບັນດາຫົວຂໍ້, ກຸ່ມຫົວເລື່ອງທີ່ເໝາະສົມ, ໃກ້ຊິດຕິດແທດກັບໜ້າທີ່ການເມືອງຈຸດສຸມ ແລະສະພາບການຂອງປະເທດຊາດຕາມແຕ່ລະໄລຍະຢ່າງລະອຽດ.

ໂດຍ: ຄໍາແພງ