ຕາມນັ້ນແລ້ວ, ໃນປີ 2020, ຫວຽດນາມ ເປັນປະເທດທີ່ດຶງດູດຈໍານວນນັກສຶກສາໃນແຜນການໂກລົມໂບໃໝ່ຫຼາຍທີ 4 ໃນຈໍານວນ 36 ປະເທດທີ່ຮັບເອົານັກສຶກສາສັງກັດພາກພື້ນອາຊີ-ປາຊີຟິກ.  ນັກສຶກສາຈໍານວນ 677 ຄົນທີ່ມາຈາກມະຫາວິທະຍາໄລ 22 ແຫ່ງຂອງອົດສະຕາລີ ຈະມາສຶກສາຮໍ່າຮຽນຢູ່ຫວຽດນາມໃນບັນດາຂົງເຂດ, ຄື: ການແພດ, ໄອທີ, ກະສິກໍາ, ການຄຸ້ມຄອງສິ່ງແວດລ້ອມ, ການສອນພາສາ...

leftcenterrightdel
ບັນດານັກສຶກສາອົດສະຕາລີ ກໍາລັງສຶກສາຮໍ່າຮຽນຢູ່ຫວຽດນາມ ຜ່ານໂຄງການໂກລົມໂບໃໝ່. ພາບ: ສະຖານທູດອົດສະຕາລີ.

ນັບແຕ່ປີ 2015 - ເວລາເລີ່ມດຳເນີນແຜນການໂກລົມໂບໃໝ່, ຮອດປີ 2020, ຈໍານວນນັກສຶກສາອົດສະຕາລີ ໄດ້ຮັບທຶນການສຶກສາເພື່ອມາຮ່ຳຮຽນຢູ່ຫວຽດນາມແມ່ນຂຶ້ນເຖິງ 3.609 ຄົນ. ທ່ານ Robyn Mudie ເອກອັກຄະລັດຖະທູດອົດສະຕາລີ ປະຈໍາຫວຽດນາມ ເນັ້ນໜັກວ່າ:  “ຈໍານວນນັກສຶກສາເຂົ້າຮ່ວມແຜນການໂກລົມໂບໃໝ່ນັບມື້ນັບຫຼາຍຈະສວມບົດບາດສໍາຄັນສໍາລັບການພົວພັນລະຫວ່າງອົດສະຕາລີ ແລະຫວຽດນາມ. ຜ່ານພຶດຕິກຳຕົວຈິງຢູ່ຫວຽດນາມ ແລະບັນດາການພົວພັນສ່ວນຕົວກໍຄືວຽກງານທີ່ສ້າງມາໄດ້, ເຂົາເຈົ້າຈະກາຍເປັນຕາໜ່າງທີ່ມີຫຼາຍຮູບຫຼາຍແບບ, ມີຜົນສະທ້ອນ ແລະຈະປະກອບສ່ວນຕັ້ງໜ້າເຂົ້າໃນຄວາມວັດທະນາຖາວອນໃນອະນາຄົດຂອງທັງສອງປະເທດ”.

ໂດຍ: ໄຊຊະນະ