ເຂົ້າຮ່ວມພິທີໄຂຊຸດຝຶກອົບຮົມ, ມີທ່ານ ປອ ຫງວຽນຢຸຍກວຽດ, ເລຂາຄະນະພັກ, ອະທິການບໍດີມະຫາວິທະຍາໄລສ້າງຄູກິລາ-ກາຍຍະກໍາຮ່າໂນ້ຍ; ຜູ້ຕາງໜ້າສະຖານທູດລາວ ປະຈໍາ ຫວຽດນາມ; ຜູ້ຕາງໜ້າກົມຮ່ວມມືສາກົນ-ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ.

leftcenterrightdel
ທ່ານ ປອ ຫງວຽນຢຸຍກວຽດ, ເລຂາຄະນະພັກ, ອະທິການບໍດີມະຫາວິທະຍາໄລສ້າງຄູກິລາ-ກາຍຍະກໍາຮ່າໂນ້ຍ ກ່າວຄໍາເຫັນທີ່ພິທີໄຂ. ພາບ: ມິງທຸ໋ຍ.
leftcenterrightdel
ຜູ້ແທນສອງປະເທດລາວ-ຫວຽດນາມ ຖ່າຍຮູບລວມກັບນັກສໍາມະນາກອນຂອງຊຸດຝຶກອົບຮົມ. ພາບ: ມິງທຸ໋ຍ.

ໂດຍສືບຕໍ່ຜົນສໍາເລັດຂອງລາຍການຝຶກອົບຮົມ, ບໍາລຸງວິຊາສະເພາະດ້ານພະລະສຶກສາໃຫ້ແກ່ພະນັກງານ, ຄູອາຈານລາວ ຊຸດທີ 1 ປີ 2018 ໂດຍມະຫາວິທະຍາໄລສ້າງຄູກິລາ-ກາຍຍະກໍາຮ່າໂນ້ຍ ຈັດຕັ້ງ. ປີ 2019, ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ໄດ້ສືບຕໍ່ຄັດເລືອກ ແລະມອບໝາຍໜ້າທີ່ໃຫ້ແກ່ມະຫາວິທະຍາໄລສ້າງຄູກິລາ-ກາຍຍະກໍາຮ່າໂນ້ຍ ປະຕິບັດລາຍການຝຶກອົບຮົມ, ບໍາລຸງດ້ານວິຊາສະເພາະ, ວຽກງານພະລະສຶກສາໃຫ້ແກ່ພະນັກງານ, ຄູອາຈານລາວ - 1 ໃນ 4 ໂຄງການທີ່ໄດ້ຮັບການລົງນາມລະຫວ່າງສອງປະເທດລາວ-ຫວຽດນາມ.

ໂດຍ: ກວຽດເຕິມ